ການອະນຸບານລູກປາເຄິງຢູ່ໃນອ່າງ
ການອະນຸບານຕ້ອງເປີດແອປ້ຳຕະຫຼອດ 24 ຊົ່ວໂມງ ຫຼັງຈາກລູກປາແຕກໄດ້ 52 ຊມ ຖົງໄຂ່ແດງເລີ່ມຫຍຸດ ລູກປາກປາກໍ່ຈະເລີ່ມກິນອາຫານ ໃຫ້ໃຊ້ອະທິເນຍ (Actinia) ຫຼື ໄຮນ້ຳ ເກືອ ອັດຕາ 25% ຂອງນ້ຳໜັກໂຕຕໍ່ວັນ ຖ້າບໍ່ມີໃຫ້ໃຊ້ໄຂ່ຕຸນ ທີ່ມີສ່ວນປະສົມ ປາປົນ 200 ກຣາມ, ວິຕາມິນຊີ 2 ກຣາມ, ໄຂ່ 5 ໜ່ວຍ, ນ້ຳມັນຕັບປາ 20 ເມັດ, ນ້ຳມັນພືດ 6 ກຣາມ ມາປະສົມເຂົ້າກັນແລ້ວນຳໄປເກືອສົດໃນອັດຕາ 30%/ນ້ຳໜັກ/ວັນ ຈົນຮອດ 15 ວັນ, ລູກປາຈະມີນ້ຳໜັກ 0.51 ກຼາມ ເພີ່ມ 6.6% ຕໍ່ວັນ, 0.18 ຊັງຕີແມັດ ເພີ່ມ 0.6% ຕໍ່ວັນ ອັດຕາຫຼອດຕາຍ 50-52% (ສູນຄົ້ນຄວ້າການປະສົມ, 2009). ຈາກນັ້ນໃຊ້ໄຂ່ຕຸນທີ່ມີສ່ວນປະສົມ: ໄຂ່ 96%, ເລັກໂຕເຢັນ 3.6%, ນ້ຳມັນຕັບປາ 0.1%, ວິຕາມິນ C 0.1% ແລະ  Premix 0.1% ມາປະສົມເຂົ້າກັນແລ້ວນຳໄປນື້ງໃຫ້ສຸກ ແລ້ວເອົາມາໃຊ້ເກືອ 10% ຂອງນ້ຳໜັກໂຕ ຊ່ວງໄລຍະ 30 ວັນ ຈະນ້ຳໜັກເພີ່ມ 1.9 ກຣາມຕໍ່ວັນ ແລະ ລວງຍາວ 1.9 ກຣາມຕໍ່ວັນ, ອັດຕາການຫຼອດຕາຍ 67.7% ໃນອຸນຫະພູມນ້ຳ 26.3 28.4 ອົງສາ (ສົມພັນ ແລະ ບຸນເພັງ, 2018). ສິງສຳຄັນການອະນຸບານລູກປາເຄິງ ລະບົບນ້ຳຕ້ອງດີ, ອາຫານຕ້ອງພຽງພໍບໍ່ດັ່ງນັ້ນມັນຈະກິນກັນໝົດ.

LARReC

ການອະນຸບານລູກປາເຄິງໃສ່ອ່າງໄຟເບີ ແມ່ນໄດ້ຮັບຜົນດີຖ້າທຽບໃສ່ອຸປະກອນຊະນິດອື່ນ

ການປະກອບສ່ວນ