ໄມ້ປ່ອງ / Bamboo

ໄມ້ປ່ອງເປັນພືດກຸ່ມໜື່ງທີ່ຈັດຢູ່ໃນຕະກຸນດຽວກັບພວກຫຍ້າ (Poaceae) ແລະ ຈັດຢູ່ໃນຕະກຸນຍ່ອຍ Bambusoideae, ເຊິ່ງມີການວິວັດທະນາການຮ່ວມກັນປະມານ 1,642 ຊະນິດ, ໃນນີ້ມີໄມ້ປ່ອງທີ່ມີເນື້ອໄມ້ແຂງ 1,521 ຊະນິດ. ໄມ້ປ່ອງມີທັງເນື້ອໄມ້ແຂງ ແລະ ພວກເປັນພືດລົ້ມລຸກ, ໄດ້ມີລັກສະນະທີ່ແຕກຕ່າງກັນໄປແຕ່ລະຊະນິດ. ໄມ້ປ່ອງໄດ້ກະຈາຍພັນຄວບຄຸມສະພາບແວດລ້ອມທີ່ກວ້າງຂວາງເກືອບທົ່ວໂລກ, ສ່ວນຫຼາຍແມ່ນກະຈາຍຢູ່ ເຂດຮ້ອນ ຈົນເຖິງເຂດອົບອຸ່ນ ແລະ ມີຄວາມຫຼາກຫຼາຍໃນພູມອາກາດໜາວ. ໃນປະຈຸບັນການຈຳແນກຊະນິດ ແລະ ການກະຈາຍພັນຂອງໄມ້ປ່ອງຍັງເປັນບັນຫາທ້າທາຍຫຼາຍ ແລະ ຍັງພົບຂໍ້ຫຍຸ້ງຍາກ. ໄມ້ປ່ອງແມ່ນມີລັກສະນະຄ້າຍຄື ກັນຫຼາຍຂອງລຳຕົ້ນ ແລະ ໃບ, ແຕ່ສ່ວນທີ່ສຳຄັນທີ່ໃຊ້ຈຳແນກຄືດອກ ເຊິ່ງແມ່ນພົບເຫັນໄດ້ຍາກ, ດັ່ງນັ້ນ ການຈັດຈຳແນກຈື່ງຕ້ອງໄດ້ໃຊ້ເວລາດົນ ແລະ ຕ້ອງການຜູ້ຊຳນານງານຫຼາຍກວ່າ 10 ປີ. ການຈັດໝວດໝູ່ ຂອງ ໄມ້ປ່ອງ ຍັງຄົງດຳເນີນການຕໍ່ໄປໃນອານາຄົດ, ການສຶກສາວິໄຈແມ່ນຍັງຈຳເປັນຫຼາຍ. ລາຍຊື່ບັນຊີ ການລາຍງານ ວິໄຈ ຫຼ້າສຸດ (Vorontsova et al., 2016).

ການສຶກສາທາງດ້ານອະນຸຖົມວິຖານຂອງໄມ້ປ່ອງໃນລາວແຕ່ປີ 1992-1994 ໄດ້ມີການສະໜັບສະໜູນໂດຍ ສູນການພັດທະນາການວິໄຈສາກົນ. ໃນປະຈຸບັນສາມາດລວບລວມໄດ້ພຽງ 52 ຊະນິດ ໃນ 15 ສະກຸນ ເຊີ່ງມີ ການກະຈາຍພັນໃນສະພາບແວດລ້ອມທີ່ແຕກຕ່າງກັນໃນທົ່ວປະເທດ. ພູເຂົາພວກເໜືອຂອງລາວເປັນ ເຂດໜື່ງທີ່ມີຄວາມຫຼາກຫຼາຍທີ່ສຸດຂອງໄມ້ປ່ອງ. ໃນການສຳຫຼວດພົບວ່າມີເຖິງ 50 ຊະນິດ ສ່ວນຫຼາຍແມ່ນຢູ່ ຊຽງຂວາງ ແລະ ຫົວພັນມີເຖິງຈຳນວນ 30 ຊະນິດ ເຊິ່ງມີຄວາມແຕກຕ່າງຈາກພາກໃຕ້ຂອງລາວ.

 

ການປະກອບສ່ວນ