ໄມ້ໄລ່ / Albociliata Bamboo

ການນຳໃຊ້
ພືດເສັ້ນໃຍ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Gigantochloa albociliata (Munro) Kurz / Poaceae
ຊື່ພ້ອງ
Dendrocalamus albociliatus (Munro) J.L. Sun
Oxytenanthera albociliata Munro
Pseudotenanthera albociliata (Munro) R.B.Majumdar
Pseudoxytenanthera albociliata (Munro) T.Q.Nguyen
Pseudoxytenanthera albociliata (Munro) R.B.Majumdar
ຊື່ອື່ນ
ໜໍ່ໄລ່, ໄລ່ຂົມ / Noh Lai, Lai Khom
ບັນຍາຍລັກສະນະພືດສາດ

ໄມ້ໄລ່ ເກີດເປັນສຸມ, ຂະໜາດເສັ້ນຜ່າໃຈກາງຂອງສຸມ 1-1.5 ມ, ສູງປະມານ 10 ມ. ລໍາມີຂະໜາດເສັ້ນຜ່າໃຈກາງ 2.5-3.5 ຊມ, ເນື້ອໜາປະມານ 1 ຊມ, ປ້ອງຍາວລະຫວ່າງ 30-40 ຊມ, ລໍາແກ່ມັກມີປ່າມສີຂຽວ ຢັງຢາຍຢູ່ຕາມຜິວຊັ້ນນອກ. ງ່າທໍາອິດມັກເຫັນແຕ່ 50 ຊມ ຂຶ້ນໄປຈາກໜ້າດິນ. ກາບລາງມີຂະໜາດ 9-14 ຊມ, ສີເຫຼືອງມ້ານ ແລະ ມີຂົນແຕ່ສ່ວນກາງເຄິ່ງ ຂຶ້ນໄປຫາປາຍ, ກາບຢູ່ສ່ວນປາຍລໍາຫຼຸບລົງ, ມີຂະໜາດ 5x15 ຊມ ແລະ ມີຫູກາບ 2 ອັນ ທີ່ມີຮູບບໍ່ຄືກັນ. ກຸ່ມໃບມີຈໍານວນ 8 ຫຼື 9 ແລະ ຂະໜາດຂອງໃບ 4 x 29 ຊມ. ສຸມໄມ້ໄລ່ ສາມາດສັງເກດໄດ້ງ່າຍ ຈາກຊົງພຸ່ມທີ່ລ່ອມລົງຂອງມັນ ແລະ ການມີແໜງ ຫຼື ງ່າໃຫຍ່, ຂະໜາດເທົ່າໆກັນກັບລໍາຈິງ. ໄມ້ໄລ່ ເປັນສຸມຂ້ອນຂ້າງໜາ ມີລໍາດ້ວຍກັນປະມານ 200 ລໍາ. ໄມ້ໄລ່ມັກພົບເຫັນ ຢູ່ທົ່ວໄປໃນ ສປປ ລາວ ກະທັ້ງ ຕາມບ່ອນທີ່ເປັນດິນຊາຍ, ດິນບໍ່ອຸດົມສົມບູນ ແລະ ດິນປົນຫີນ ໃນປ່າປ່ຽນໃບປະສົມ.

ບັນຍາຍການນຳໃຊ້

ລໍາແກ່ອາຍຸ ສອງ ຫາ ສາມປີ ຫຼື ກວ່ານັ້ນ ມີການຕັດກັນຕະຫຼອດປີ ໃນຈໍານວນບໍ່ຫຼາຍປານໃດ ເພື່ອໃຊ້ສໍາລັບເຮັດ ຄ້າງເຄື່ອງປູກທີ່ເປັນເຄືອ (ຄ້າງໝາກຖົ່ວ, ໝາກແຕງ), ເຮັດຮົ້ວສວນ. ໜໍ່ໄລ່ເປັນທີ່ນິຍົມຢ່າງກວ້າງຂວາງ ໃນລາວ ເພື່ອນຳໃຊ້ເປັນອາຫານໄດ້ຫຼາກຫຼາຍປະເພດ.

ການປະກອບສ່ວນ