ໄມ້ຂົມ / Bitter Bamboo

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Indosasa sinica C.D.Chu & C.S.Chao / Poaceae
ຊື່ພ້ອງ
ຊື່ອື່ນ
ໜໍ່ຂົມ, ໜໍ່ໄມ້ຂົມ, ຈາກຈັງ(ຂະມຸ), ຮາຄາ (ລາວສູງ)
ອັງກິດ: Bitter bamboo.
ບັນຍາຍລັກສະນະພືດສາດ

ໄມ້ຂົມເກີດດ່ຽວມີລະບົບລໍາຕົ້ນອ່ອນຢູ່ໃຕ້ດິນ ເປັນສີແດງ-ດໍາ. ລໍາສູງເຖິງ 7-12 ມ, ເມື່ອແກ່ຈະມີປ່າມ, ສີຂາວ ຈັບຢາຍຢູ່ທົ່ວ. ສ່ວນຂອງລໍາ ທີ່ມັກຕັດມາໃຊ້ປະໂຫຍດ ແມ່ນສ່ວນທີ່ຊື່ ຍາວປະມານ 5-6 ມ, ໜ້າຕ້າງລະຫວ່າງ 4-6 ຊມ, ປ້ອງຍາວ 20-55 ຊມ ແລະ ໜາ 7-8 ມມ. ແຕ່ລະຂໍ້ມີວົງແຫວນສອງວົງ ຟູຈະແຈ້ງ ແລະ ມີ ຫນຶ່ງເຖິງ ສາມແໜງ ຊຶ່ງສ່ວນຫຼາຍຈະມີຢູ່ແຕ່ສ່ວນກາງລໍາ ຂຶ້ນໄປ. ກາບຫຸ້ມລໍາ ສີຂຽວອ່ອນ, ກວ້າງ 13-15 ຊມ, ຍາວ 30 ຊມ ແລະ ບໍ່ມີແປ້ງ, ຂ້າງໃນກາບກ້ຽງ, ຂ້າງນອກມີຂົນສັ້ນໆ, ຫູກາບເປັນຂໍ ຍາວ 3-5 ຊມ. ໃບຍ່ອຍ ຍາວ 15-25 ຊມ, ກວ້າງ 1.5-3.5 ຊມ ແລະ ບໍ່ມີຂົມ. ການເປັນຂີຂອງໄມ້ຂົມແມ່ນຍັງບໍ່ທັນຮູ້ກັນເທື່ອ ແຕ່ການອອກໜໍ່ຈະເລີ້ມແຕ່ ເດືອນທັນວາ-ພຶດສະພາ ເປັນຈໍານວນຫຼາຍ. ໄມ້ຂົມ ພົບຢູ່ຕາມເຂດພູດອຍ ແລະ ໃນປ່າປ່ຽນໃບປະສົມ ຂອງເຂດພາກເໜືອ ແລະ ພາກກາງ, ນອກຈາກແຂວງບໍ່ແກ້ວ.

ບັນຍາຍການນຳໃຊ້

ການຕັດລໍາມາໃຊ້ເປັນຫັດຖະກຳ ແມ່ນສາມາດຕັດໄດ້ຕະຫຼອດປີ ແລະ ລໍາທີ່ດີມີຄຸນນະພາບແມ່ນຕ້ອງແກ່ກວ່າ 3 ປີຂຶ້ນໄປ. ໜໍ່ຈະເກີດອອກຕາມຂໍ້ຂອງລໍາໃຕ້ດິນ, ສາມາດເກັບມາປຸງແຕ່ງເຊັ່ນ:  ການເຮັດໜໍ່ແຫ້ງ, ໜໍ່ດອງ ແລະ ອື່ນໆ.

ການປະກອບສ່ວນ