ໄມ້ສະໂນດ / Watho Bamboo

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Gigantochloa apus (Schult.) Kurz / Poaceae
ຊື່ພ້ອງ
Arundarbor apus (Schult.) Kuntze
Bambusa apus Schult.f.
Gigantochloa kurzii Gamble
Oxytenanthera apus (Schult.) E.G.Camus
Schizostachyum apus (Schult.) Steud.
ຊື່ອື່ນ
Eng: Watho
Indonesia: bambu tali, pring tali, pring apus (Javanese), awi tali (Sundanese)
ບັນຍາຍລັກສະນະພືດສາດ

ໄມ້ສະໂນດ ເກີດເປັນສຸມຕຶບໜາ ແລະ ບໍ່ມີໜາມ. ສຸມມີຄວາມກວ້າງ ປະມານ 1.5 ມ ແລະ ມີຄວາມສູງສະເລ່ຍ 9 ມ. ລໍາມີໜ້າຕ້າງເຖິງ 6 ຊມ ແລະ ເນື້ອໄມ້ໜາປະມານ 2.5 ຊມ, ປ້ອງຍາວປະມານ 50 ຊມ. ກາບຫຸ້ມລໍາ, ມີຂະໜາດ 24 x 26 ຊມ, ສີຂຽວຈືດ ຫາ ຂາວ, ມີຂົນຫ່າງໆຢູ່ຕີນ, ຍອດກາບເຕື່ອຍທົບລົງ, ມີຂະໜາດ 4 x 6 ຊມ, ມີຂົນຫ່າງໆ ແລະ ມີຫູກາບ (auricles) ສັ້ນໆ. ແໜງທໍາອິດ ມັກຈະປົ່ງອອກຈາກລໍາຢູ່ຈຸດຄວາມສູງ ລະຫວ່າງ 3 ມ ເທິງຈາກໜ້າດິນ, ເກີດເປັນຈຸ້ມ ຈຸ້ມລະ 3 ແໜງຕົ້ນຕໍ ຫຸ້ມລ້ອມ ດວ້ຍແໜງນ້ອຍຫຼາຍໆແໜງ. ຈໍານວນໃບຍ່ອຍ ສະເລ່ຍໃນໃບປະສົມ 1 ໃບ ມີປະມານ 14 ໃບ ຊຶ່ງແຕ່ລະໃບ ມີຂະໜາດປະມານ 1.2 x 15.5 ຊມ. ໜໍ່ມີຂະໜາດເສັ້ນຜ່າໃຈກາງ 7 ຊມ, ສີແດງຊໍ້າ, ມີຂົນຫຸ້ມ ຢູ່ຕາມກາບຫຸ້ມໜໍ່ສ່ວນປາຍ ແລະ ມີລົດຊາດຂົມ.

ບັນຍາຍການນຳໃຊ້

ການຂຸດຄົ້ນເອົາລຳແກ່ທີ່ມີອາຍຸແຕ່ 3 ປີ ຂຶ້ນໄປ ແມ່ນສາມາດເຮັດໄດ້ຕະຫຼອດປີ. ການເກັບໜໍ່ແມ່ນໃນລະດັບປານກາງໃນຊ່ວງລະດູຝົນ ເພື່ອບໍລິໂພກ ແລະ ຂາຍກັນໃນທ້ອງຖີ່ນໃນລາຄາ 15,000-20,000 ກີບຕໍ່ກິໂລ, ລຳຂອງມັນມີການຂຸດຄົ້ນກັນຢ່າງໜັກໜ່ວງ, ແຕ່ຜູ້ຂຸດຄົ້ນ ມັກຈະເລືອກແຕ່ລຳແກ່ ແລະ ຂາຍກັນໃນລາຄາ 15,000 ກີບຕໍ່ລຳ. ໄມ້ສະໂນດສາມາດຂະຫຍາຍພັນໄດ້ງ່າຍ ດ້ວຍເຫງົ້າ ແລະ ແກ່ນ. ເຫງົ້າໄມ້ຊະນິດນີ້ມີຄວາມສາມາດປ້ອງກັນການເຊາະເຈື່ອນຂອງດິນໄດ້ດີ, ໃນຖິ່ນກຳເນີດຂອງມັນເອງ ແລະ ບ່ອນດິນຄ້ອຍຊັນ.

ການປະກອບສ່ວນ