ໄມ້ຊອດ / Membranous Bamboo

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Gigantochloa parviflora (Keng f.) Keng f./Poaceae
ຊື່ພ້ອງ
Oxytenanthera parviflora Keng f.
ຊື່ອື່ນ
ບັນຍາຍລັກສະນະພືດສາດ

ໄມ້ຊອດ ເກີດເປັນສຸມ, ທີ່ມີຂະໜາດເສັ້ນຜ່າກາງ ລະຫວ່າງ 1-1.5 ມ ສູງປະມານ 14 ມ. ລໍາມີເສັ້ນຜ່າກາງ ລະຫວ່າງ 4-6 ຊມ, ມີເນື້ອໜາປະມານ 0.4 ຊມ, ປ້ອງຍາວ ລະຫວ່າງ 50-60 ຊມ ແລະ ມີປ່າສີຂຽວອ່ອນ ຈັບຢູ່ຕາມລໍາແກ່. ແໜງທໍາອິດ ມັກພົບເຫັນຢູ່ ລະຫວ່າງ 4-5 ມ ເທິງໜ້າດິນ. ກາບລາງ ມີຂະໜາດ 21 x 30 ຊມ, ສີດຳ ແລະ ເຫຼືອງອ່ອນ ແລະ ມີຂົນແຕ່ສວ່ນກາງຂື້ນໄປຫາປາຍກາບ. ຍອດກາບລາງ ລ່ອມລົງ ມີຂະໜາດ 9-11 ຊມ ແລະ ມີຫູກາບຂະໜາດ 2.5-9 ຊມ, ມີຂົນ. ກຸ່ມໃບຍ່ອຍ ມີຈໍານວນ 9-13 ໃບ ແຕ່ລະໃບມີຂະໜາດ 6 x 30 ຊມ. ໜໍ່ມີລົດຂົມ.

ບັນຍາຍການນຳໃຊ້

ໄມ້ຊອດອ່ອນ ໃຊ້ໄດ້ດີໃນການຈັກສານ ແລະ ໄມ້ແກ່ ດີສໍາລັບເຮັດຝາເຮືອນ (ຢູ່ໄດ້ດົນເຖິງສິບປີ), ເຮັດຟາກ, ເຮັດຫຼັກ ແລະ ເຄື່ອງມືຫາປາຕ່າງໆ. ການຕັດລໍາທີ່ແກ່ ແຕ່ສາມປີຂື້ນໄປ ແມ່ນມີການຕັດກັນຕະຫຼອດປີ,ໜໍ່ສາມາດບໍລິໂພກໄດ້.

ການປະກອບສ່ວນ