ໄມ້ບົງ / Bengal Bamboo

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Bambusa tulda Roxb. / Poaceae
ຊື່ພ້ອງ
Bambusa macala Buch.-Han. ex Munro
Bambusa trigyna Roxb. ex Munro
Dendrocalamus tulda Voigt
ຊື່ອື່ນ
ໃຜ່ບົງ, ບົງຂົມ, ບົງຫວານ, ບົງລາຍ
ໄທ: ບົງດຳ, ບົງ, ໃຜ່ປ່າ, ໃຜ່ບົງ, ໃຜ່ຫາງຊ້າງ, ວາເຊີ, ວາຊີ, ວາຈໍວາ, ວາເຄວ
ບັນຍາຍລັກສະນະພືດສາດ

ໄມ້ບົງເກີດເປັນສຸມຕຶບໜາ ຊຶ່ງມີເຖິງ 30 ລໍາ/ສຸມ, ລໍາສູງເຖິງ 5-15 ມ, ໜ້າຕ້າງແຕ່ 5-7 ຊມ, ປ້ອງຍາວແຕ່ 30-50 ຊມ, ລໍາໜາເມື່ອຍັງອ່ອນ, ມີເປືອກເປັນສີຂຽວອ່ອນ ແລະ ມີແປ້ງສີຂາວຈັບເປັນບາງໆ, ມີແໜງນ້ອຍໆຢູ່ຕາມປ້ອງ ໃນສ່ວນກົກຂອງລໍາ ແລະ ມີງ່າຢູ່ສ່ວນກາງຂື້ນໄປຫາປາຍ. ໃບຍ່ອຍມີຂະໜາດ 21-30 x 2-3.5 ຊມ. ໜໍ່ໃຊ້ເປັນອາຫານ ແລະ ຂາຍຕາມຕະຫຼາດພາຍໃນ.

ບັນຍາຍການນຳໃຊ້

ລໍາອ່ອນເຮັດໄມ້ຈັກສານ, ເຮັກຕອກ, ໄມ້ສ້າງບ້ານ, ໜໍ່ໄມ້ມັນມີລົດຊາດຫວານສາມາດກິນດິບໄດ້, ດັ່ງນັ້ນປະຊາຊົນຈື່ງນິຍົມກັນປູກ ແລະ ເປັນທີ່ນິຍົມໃນການບໍລິໂພກໜໍ່ຂອງມັນ.

ການປະກອບສ່ວນ