ໄມ້ເຮ້ຍ / Slender Bamboo

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Schizostachyum blumei Nees / Poaceae
ຊື່ພ້ອງ
Arundarbor longinodes (Miq.) Kuntze
Arundo spiculorum Oken
Bambusa longinodis Miq.
Melocanna longispiculata Kurz ex Teijsm. & Binn.
Melocanna tenuispiculata Kurz ex Teijsm. & Binn.
Melocanna zollingeri var. longispiculata Munro
Schizostachyum longispiculatum (Munro) Kurz
Schizostachyum zollingeri var. longispiculatum (Munro) E.G.Camus
ຊື່ອື່ນ
ບັນຍາຍລັກສະນະພືດສາດ

ໄມ້ເຮ້ຍ ເປັນໄມ້ທີ່ຍາວຮຽວ, ມີເນື້ອບາງ ແລະ ເກີດເປັນສຸມໜາ ເຖິງ 60 ລໍາ. ສຸມກວ້າງປະມານ 2-3 ມ ແລະ ສູງ ປະມານ 17 ມ. ລໍາມີໜ້າຕ້າງປະມານ 4 ຊມ, ມີເນື້ອໜາປະມານ 0.4 ຊມ,  ປ້ອງຍາວ 74-75 ຊມ, ມີຊັ້ນທາດໜຽວ ໂອບຕາມລໍາ. ງ່າທໍາອິດຂອງລໍາມັກເຫັນຢູ່ລະຫວ່າງ 4-5 ມ ຂຶ້ນໄປຈາກໜ້າດິນ. ກາບລາງ ມີຂະໜາດ 5-6.5 x 18-20 ຊມ, ສີຂາວເຫຼືອງ ແລະ ມີຂົນໂອບຂ້າງນອກ. ຍອດກາບເຕື່ອຍລົງ ມີຂະໜາດ 2 x 11 ຊມ. ກຸ່ມໃບຍ່ອຍ ມີຈໍານວນ 8-9 ໃບຊຶ່ງແຕ່ລະໃບມີຂະຫນາດ 5 x 24 ຊມ. ໜໍ່ມີລົດຊາດບໍ່ຂົມປານໃດ. ການຈໍາແນກປະເພດທາງ ພືດສາດຂອງໄມ້ເຮ້ຍ ແມ່ນຍັງບໍ່ທັນຮູ້ຈະແຈ້ງເທື່ອ ແຕ່ວ່າ ລັກສະນະຂອງຍອດກາບລາງທີ່ຮຽວ ແລະ ພັບຢ່ອນ ແນບລົງລຸ່ມຂອງມັນນັ້ນ ເບີ່ງແລ້ວແມ່ນເປັນລັກສະນະເດັ່ນຂອງສະກຸນ  Schizostachyum ສະນັ້ນ ຈຶ່ງຄິດວ່າ ມັນມີໄມ້ເຮ້ຍຢູ່ 2 ຊະນິດ ຄື: ເຮ້ຍໃຫຍ່ ຊື່ງມີລໍາໃຫຍ່ ແລະ ເຮ້ຍນ້ອຍ ຊຶ່ງມີລໍານ້ອຍ ທີ່ໃຊ້ກັນເຮັດລູກແຄນລາວ. ໄມ້ເຮ້ຍມັກພົບເຫັນຫຼາຍຕາມເປີ້ນພູ ຢູ່ໃນລະດັບສູງ 200-1,000 ມ.

ບັນຍາຍການນຳໃຊ້

ໄມ້ເຮ້ຍມີແຕ່ລໍາອ່ອນຂອງມັນເທົ່ານັ້ນ ທີ່ເປັນທີ່ນິຍົມໃຊ້ຈັກເປັນຕອກ ແລະ ເຮັດເຄື່ອງຫັດຖະກຳ. ລໍາແກ່ໃຊ້ສານເປັນຝາ ແລະ ໃຊ້ມຸງເຮືອນ ຊຶ່ງສາມາດຢູ່ດົນໄດ້ເຖິງ 10 ປີ, ໃຊ້ເຮັດຟາກ ແລະ ເຄື່ອງມືຫາປາ. ລໍາສາມາດຕັດໄດ້ຕະຫຼອດປີ ແຕ່ທາງທີ່ດີ ຄວນຕັດເອົາແຕ່ລໍາທີ່ມີອາຍຸແຕ່ ສາມ ຫາ ຫ້າ ປີ.

ການປະກອບສ່ວນ