ໄມ້ຊາງດຳ / Sang Bamboo

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Dendrocalamus brandisii (Munro) Kurz / Poaceae
ຊື່ພ້ອງ
Arundarbor brandisii (Munro) Kuntze
Bambusa brandisii Munro
Sinocalamus brandisii (Munro) Keng f.
ຊື່ອື່ນ
ໄມ້ຫາງຊາງ / mai hang sang
ບັນຍາຍລັກສະນະພືດສາດ

ໄມ້ປ່ອງຊະນິດນີ້ ເກີດເປັນສຸມຂະໜາດປານກາງຄືລະຫວ່າງ 1-1.5 ມ, ສູງປະມານ 13 ມ. ປ້ອງຂອງມັນຍາວ ລະຫວ່າງ 25-30 ຊມ, ເນື້ອໜາປະມານ 1.3-1.5 ຊມ. ແໜງທໍາອິດຂອງລໍາເກີດຢູ່ປະມານ 2 ມ ຈາກໜ້າດິນ. ກາບລາງ ມີຂະໜາດ 12x25 ຊມ, ສີເຫຼືອງອ່ອນ, ມີຂົນຫ່າງໆຢູ່ຂ້າງຫຼັງ ແລະ ດ້ານໃນກ້ຽງເຫຼື້ອມ. ຍອດກາບລາງ ຕັ້ງ, ຂະໜາດ 3x14 ຊມ, ມີຫູກາບນ້ອຍ. ກຸ່ມໃບຍ່ອຍມີ ປະມານ 8-12 ໃບ ແຕ່ລະໃບ ມີຂະໜາດ 1.2x11-12 ຊມ. ສຸມມີຄວາມໜາແໜ້ນສົມຄວນ.

ບັນຍາຍການນຳໃຊ້

ລໍາອາຍຸສອງສາມປີ ຂຶ້ນໄປ ສາມາດຕັດມານໍາໃຊ້ໄດ້. ການເກັບໜໍ່ໄມ້ ແລະ ລໍາໄມ້ປ່ອງ ໃນປ່າທໍາມະຊາດ ໃນປະຈຸບັນ ແມ່ນຍັງເປີດກວ້າງ ແຕ່ກໍ່ມີສ່ວນຫນ້ອຍໜຶ່ງ ທີ່ມີການປູກ ເປັນກໍາມະສິດສ່ວນບຸກຄົນ.

ການປະກອບສ່ວນ