ໄມ້ພາງ / Waya Bamboo

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Dendrocalamus membranaceus Munro / Poaceae
ຊື່ພ້ອງ
Bambusa membranacea (Munro) Stapleton & N.H.Xia
Dendrocalamus longifimbriatus Gamble
Dendrocalamus membranaceus f. fimbriligulatus Hsueh & D.Z.Li
Dendrocalamus membranaceus f. pilosus Hsueh & D.Z.Li
Dendrocalamus membranaceus f. striatus Hsueh & D.Z.Li03-23
Oxytenanthera lacei Gamble
Sinocalamus longifimbriatus (Gamble) T.Q.Nguyen
ຊື່ອື່ນ
Chinese: Huang Zhu
Eng: May Sang Bambo
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ໄມ້ພາງເກີດເປັນສຸມແໜ້ນ ເສັ້ນຜ່າໃຈກາງແຕ່ 2-3 ມ ໂດຍສະເລ່ຍ ມີປະມານ 50 ລໍາ/ສຸມ ແລະ ສູງປະມານ 14 ມ. ລໍາ ມີໜ້າຕ້າງປະມານ 6 ຊມ, ເນື້ອໜາ 1 ຊມ, ປ້ອງຍາວລະຫວ່າງ 90-100 ຊມ. ງ່າທໍາອິດອອກຢູ່ລະດັບ 8 ມ ຂຶ້ນໄປ. ກາບລາງ ມີຂະໜາດ 30 x 27 ຊມ, ສີເຫຼືອງອ່ອນ, ມີຂົນອ່ອນຢູ່ດ້ານຫຼັງ, ມີຍອດກາບ ຂະໜາດ 9 x 9 ຊມ, ມີຂົມບາງໆ, ມີຫູກາບ ທີ່ມີຂົນຍາວ. ໃບເກີດເປັນກຸ່ມ ມີປະມານ 17 ໃບຍ່ອຍ, ແຕ່ລະໃບຍ່ອຍມີຂະໜາດ 3.4 x 27 ຊມ ມີຂົນ (1 ຊມ) ສີຂາວ ເປັນຈຸ້ມຢູ່ແຮ້ໃບ. ໄມ້ພາງມັກພົບເຫັນ ຢູ່ເກືອບທຸກບ່ອນໃນປະເທດ ຕາມເປີ້ນພູ.

ບັນຍາຍການນຳໃຊ້

ໄມ້ພາງທີ່ມີການນໍາໃຊ້ລໍາຫຼາຍທີ່ສຸດ. ເນື້ອໄມ້ ແລະ ເສັ້ນໃຍຂອງໄມ້ພາງ ຂ້ອນຂ້າງຜ່ອຍ ຈຶ່ງບໍ່ຄ່ອຍໄດ້ຖືກ ໃຊ້ຈັກເປັນຕອກ ເພື່ອໃຊ້ເຮັດເຄື່ອງຈັກສານ ແຕ່ວ່າ ລໍາສາມາດທົນທານຢູ່ໄດ້ດົນ ເຖິງຢ່າງຫນ້ອຍສາມປີ ຈຶ່ງເປັນທີ່ນິຍົມ ໃຊ້ເປັນ ຊີ້ນສ່ວນຕ່າງໆ ໃນການປຸກສ້າງ ເຊັ່ນ: ເຮັດແຜ່ນມຸງເຮືອນ, ຮົ້ວ, ຝາຄ໋ອກໄກ່. ການຕັດລໍາທີ່ມີອາຍຸ 3 ປີຂື້ນໄປ ສາມາດ ດໍາເນີນໄດ້ຕະຫຼອດປີ.

ການປະກອບສ່ວນ