ໄມ້ບໍ່ / Dragon Bamboo

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Dendrocalamus sinicus L.C.Chia & J.L.Sun/Poaceae
ຊື່ພ້ອງ
Sinocalamus sinicus (L.C.Chia & J.L.Sun) W.T.Lin
ຊື່ອື່ນ
ໜໍ່ບໍ / Noh Bo
ບັນຍາຍລັກສະນະພືດສາດ

ເກີດເປັນສຸມ ໄມ້ບໍ່ແມ່ນປະມານ 1 ມ, ສູງປະມານ 10-12 ມ. ລໍາມີຂະໜາດ 4-5 ຊມ, ເນື້ອໜາປະມານ 0.6 ຊມ, ປ້ອງຍາວ ປະມານ 25-30 ຊມ, ສີຂຽວຊໍ້າ. ລໍາຂອງມັນມີຮາກອາກາດ, ແໜງທໍາອິດ ເຫັນຢູ່ລະດັບ 1.5 ມ ສູງຈາກໜ້າດິນ. ກາບລາງ ມີຂະໜາດ 15x24 ຊມ, ສີເຫຼືອງອ່ອນ ຂ້າງນອກມີຂົນ ແຕ່ສ່ວນເຄິ່ງກາບຂຶ້ນໄປ. ສ່ວນປາຍຂອງກາບລາງ ບໍ່ມີຂົນ ມີຂະໜາດ 1.2x9 ຊມ ແລະ ບໍ່ເຕື່ອຍ, ໃບຍ່ອຍມີຂະໜາດ 5x30 ຊມ ເກີດເປັນກຸ່ມປະມານ 14-16 ໃບ, ໄມ້ບໍ່ ເປັນສຸມໂຫຼ່ງ ມີລໍາປະມານ 20-30 ລໍາ ຕໍ່ສຸມ,ໄມ້ບໍ່ ຍັງບໍ່ທັນໄດ້ມີການສຶກສາລະອຽດສົມບູນເທື່ອ ແຕ່ກໍ່ມີການປູກກັນຢູ່ແຂວງຫົວພັນ ແລະ ຈໍານວນຫນຶ່ງຢູ່ ນະຄອນຫຼວງວຽງຈັນ ເພື່ອເອົາໜໍ່ ທີ່ມີລົດຊາດຫວານ ແລະ ມີກິ່ນຫອມ, ໄມ້ບໍ່ ອອກໜໍ່ແຕ່ ເດືອນກໍລະກົດ-ຕຸລາ ແລະ ໜໍ່ຂອງມັນທີ່ເຜົາແລ້ວ ສາມາດຮັກສາໄວ້ໄດ້ດົນເຖິງ 1 ເດືອນ ກໍ່ຍັງມີລົດຊາດດີ.

ບັນຍາຍການນຳໃຊ້

ໄມ້ບໍ່ຍັງບໍ່ທັນໄດ້ມີການສຶກສາລະອຽດສົມບູນເທື່ອ ແຕ່ກໍ່ມີການປູກກັນຢູ່ແຂວງ ຫົວພັນ ແລະ ຈຳນວນໜື່ງຢູ່ ນະຄອນຫຼວງວຽງຈັນ ເພື່ອເອົາໜໍ່ ທີ່ມີລົດຊາດຫວານ ແລະ ມີກີ່ນຫອມ. ໄມ້ບໍ່ອອກໜໍ່ແຕ່ເດືອນກໍລະກົດ-ຕຸລາ ແລະ ໜໍ່ຂອງມັນເຜົາແລ້ວ ສາມາດ ຮັກສາໄວ້ໄດ້ດົນເຖີງ 1 ເດືອນ ກໍ່ຍັງຮັກສາລົດຊາດດີ. ລຳຕົ້ນຂອງໄມ້ບໍ່ ບໍ່ເໝາະສົມ ຕໍ່ການຈັກສານ ຫຼື ໃຊ້ໃນການປູກສ້າງ ເພາະລຳທີຜ່ອຍ ແລະ ມອດມັກເຈາະ.

ການປະກອບສ່ວນ