ແມງໄມ້

ແມງໄມ້ແມ່ນມີຄວາມຫຼາກຫຼາຍກວ່າ ສີ່ງທີ່ມີຊີວິດກຸ່ມອື່ນໃນອານາຈັກສັດ, ເຊິ່ງຈັດຢູ່ໃນສາຂາ Arthropoda ເຊິ່ງມີລັກສະນະທີ່ສຳຄັນຄືເປືອກນອກເຂັ້ມ. ພວກມັນມີຄວາມສຳຄັນທາງດ້ານລະບົບນິເວດ, ເປັນໜື່ງໃນຫ່ວງໂສ່ອາຫານ, ຍັງເປັນຕົວຊີ້ວັດດັດຊະນິຄວາມອຸດົມສົມບູນຂອງນ້ຳ ແລະ ດິນອິກດ້ວຍ. ແມງໄມ້ຫຼາຍຊະນິດໄດ້ນຳໃຊ້ເປັນອາຫານ ແລະ ຂາຍໃນຊ່ວງລະດູການຕ່າງໆ ທີ່ມີລາຄາແພງ, ສ້າງລາຍຮັບໃຫ້ແຕ່ປະຊາຊົນໃນທ້ອງຖີ່ນ. ຍ້ອນພວກມັນມີຄວາມສຳຄັນແນວນັ້ນ ຈື່ງເຮັດໃຫ້ມີການລີ່ເລີ່ມຫັນມາລ້ຽງເພື່ອເປັນເສດຖະກິດ ເຊັ່ນ: ແມງຈິ້ງຫຼິດ, ແມງດານາ, ດ້ວງພ້າວ, ໜອນໄໝມ້ອນ, ເຜິ້ງ ແລະ ອື່ນໆ... ນອກຈາກບໍລິໂພກເປັນອາຫານແລ້ວບາງຊະນິດກໍ່ຍັງມີການນຳໃຊ້ເປັນເຄື່ອງປະດັບເຊັ່ນປີກຂອງແມງຄັບ, ເຊິ່ງມີລາຄາແພງ ແລະ ນິຍົມເພື່ອສົ່ງອອກຕ່າງປະເທດ. 

ການປະກອບສ່ວນ