ແມງມັນ / The Subterranean Ants

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Carebara castanea (Smith, 1858) / Formicidae
ຊື່ພ້ອງ
ຊື່ອື່ນ
Thai: ແມງມັນ
ພັນລະນາລັກສະນະສັນຖານ

ລັກສະນະທົ່ວໄປ: ແມງມັນເປັນມົດຊະນິດໜຶ່ງທີ່ອາໄສຢູ່ນຳກັນເປັນສັງຄົມ (ຊຶ່ງມີ ນາງພະຍາ ຫຼື ແມ່ເປັງ, ມົດທະຫານ ແລະ ມົດກຳມະກອນ), ຮ່າງກາຍຂອງມົດສົ້ມແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ. ໂຕແມ່ (ແມງມັນ) ຂະໜາດຮ່າງກາຍປະມານ 12-15 ມມ, ລໍາຕົວເປັນສີແດງຄໍ້າປົ່ນສີສົ້ມ. ຂະໜາດຮ່າງກາຍຂອງໂຕຜູ້ປະມານ 8-12 ມມ, ເປັນສີເຫຼືອງອ່ອນປົນນໍ້າຕານ. ມົດທະຫານຂະໜາດຮ່າງກາຍປະມານ 7-9 ມມ, ເປັນສີແດງຄໍ້າປົ່ນສີສົ້ມ ແລະ ຂະໜາດຮ່າງກາຍຂອງມົດກໍາມະກອນປະມານ 2-4 ມມ, ເປັນສີແດງຄໍ້າ. ລັກສະນະໜວດ: 1 ຄູ່ ເປັນແບບຄໍສອກ (Geniculate), ລັກສະນະປາກ: ແບບກັດກິນ  (Chewing type), ລັກສະນະປີກ: ສໍາລັບຕົວລາຊານີມີປີກ 2 ຄູ່ ເປັນແບບປີກໃສ (Membrane), ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs), ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດຽວ (Ocellus) 3 ໜ່ວຍ.

ບັນຍາຍການນຳໃຊ້

ອາຫານຂອງແມງມັນ: ກິນແມງໄມ້ຊະນິດອື່ນເປັນອາຫານ, ອາຫານຂອງຄົນ ແລະ ສັດ: ຂົ້ວ, ຕໍ່າແຈ່ວ,... ສິນຄ້າ: ການຂາຍແມງມັນໃນທ້ອງຕະຫຼາດໃນປະເທດລາວ 25,000-50,000 ກີບ/ກິໂລກຼາມ ແລະ ການຂາຍແມງມັນໃນໃນປະໄທ ສູງເຖິງ 250,000-500,000 ກີບ/ກິໂລກຼາມ.

ການສຶບພັນ ແລະ ວົງຈອນຊີວິດ

ໄລຍະໄຂ່ (Eggs): ຕົວນາງພະຍາ 1 ຕົວ ຈະວ່າງໄຂ່ປະມານ 100-500 ໜ່ວຍ. ໄຂ່ມີລັກສະນະສີຂາວຂຸ້ນ ເປັນຮູບຮີວ່າງເປັນກຸ່ມພາຍໃນຮັ່ງ, ໄຂ່ທີ່ໄດ້ຮັບການປະຕິສົນທິຈະຂະຫຍາຍມາເປັນນາງພະຍາ ຫຼື ມົດທະຫານ, ມົດກຳມະກອນ ແຕ່ສ່ວນໄຂ່ທີ່ບໍ່ໄດ້ຮັບການປະຕິສົນທິຈະກາຍມາເປັນໂຕຜູ້ທັງໝົດ.
ໄລຍະເປັນດ້ວງ (Larva):   ລັກສະນະສີຂາວຂຸ້ນ ບໍ່ມີຂາ ຫົວແຫຼມກົນແປ. ໃນນີ້ຕົວອ່ອນຂອງມົດທະຫານ ແລະ ໂຕຜູ້ ຈະມີຂະໜາດນ້ອຍກວ່າໄຂ່ທີ່ຈະກາຍເປັນຕົວນາງພະຍາ. ໃນຮອບໜຶ່ງປີຈະມີດ້ວງນາງພະຍາພຽງລະດູດຽວຄື: ລະດູແລ້ງ ລະຫວ່າງເດືອນ ເມສາ-ມີຖຸນາ.
ໄລຍະດັກແດ້ (Pupa): ລັກສະນະສີຂາວຂຸ້ນ ມີຂາ ແລະ ປີກຍືດອອກມາຈາກລໍ້າຕົວ, ໄລຍະນີ້ເອີ້ນວ່າ: ໄລຍະທີ່ເປັນໂຕນາງ. ຊຶ່ງໄລຍະນີ້ເປັນໄລຍະທີມີການແບ່ງຊັ້ນໃນສັງຄົມຂອງແມງມັນຄື: ກ່າຍມາເປັນຕົວນາງພະຍາ ແລະ ກາຍມາເປັນມົດທະຫານ ແລະ ກຳມະກອນ.
ໄລຍະສືບພັນ (Reproduction): ຈະປະກອບດ້ວຍຕົວນາງພະຍາ ຫຼື ແມ່ເປັງ ເຮັດໜ້າທີວ່າງໄຂ່ ແລະ ແມງມັນທີ່ເປັນເພດຜູ້ທີ່ມີຮ່າງກ່າຍຂະໜາດກາງ ສີເຫຼືອງອ່ອນປົນນໍ້າຕານ ມີປີກໃສໆ ເມືອປະສົມພັນແລ້ວຈະຕາຍ. ສ່ວນໂຕແມ່ທີ່ເປັນມົດກຳມະກອນທີ່ເປັນໝັນ ບໍ່ມີປີກ ສີແດງຄໍ້າປົນສົ້ມມີ 2 ຂະໜາດທີ່ແຕກຕ່າງກັນເຊັ່ນ: ໂຕທີ່ມີຂະໜາດໃຫຍ່ (ມົດທະຫານ) ເຮັດໜ້າທີ່ສ້າງຮັ່ງ, ຫາອາຫານ ແລະ ປ້ອງກັນສັດຕູ້. ສ່ວນໂຕນ້ອຍ (ມົດກຳມະກອນ) ຈະເປັນຜູ້ເບິ່ງແຍງຕົວອ່ອນພາຍໃນຮັ່ງ.

ການປະກອບສ່ວນ