ແມງຈິງຫຼີດທ້ອງແດງ / Cambodian field crickets

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Modicogryllus confirmatus (F.Walker, 1859) / Gryllidae
ຊື່ພ້ອງ
Acheta confirmata F.Walker, 1859
Gryllulus confirmatus (F.Walker, 1859)
Gryllus confirmatus (F.Walker, 1859)
ຊື່ອື່ນ
Thai: จิ้งหรีดทองแดง , จี้งโหลน
ພັນລະນາລັກສະນະສັນຖານ

ລັກສະນະທົ່ວໄປ: ແມງຈິງຫຼີດທ້ອງແດງ ຮ່າງກາຍຂອງຈິງຫຼີດທ້ອງດໍາແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ. ຂະໜາດຮ່າງກາຍປານກາງ ຮູບຮ່າງກົມຊົ່ງກະບອກ (ຂະໜາດຮ່າງກາຍກ້ວາງປະມານ 0.8-1.2 ຊມ ແລະ ຍາວປະມານ 2.5-2.8 ຊມ). ລໍາຕົວເປັນສີນໍ້າຕານ ຫຼື ສີນໍ້າຕານປົ່ນແດງ (ສີນໍ້າຕານເຂັ້ມ), ສີຂອງປີກເປັນສີນໍ້າຕານປົນແດງດໍາ, ສີແກ່ນຂາມ. ຕົວແມ່ປີກຈະກ້ຽງ ແລະ ສ່ວນໂຕຜູ້ກົກປີກຈະມີຄື້ນຍິກໆໄວ້ສຳພັດກັນເພື່ອຜະລິດເປັນສຽງໃນການກ້ຽວພາລາສີ. ໜວດຍາວ 1 ຄູ່ ເປັນແບບເສັ້ນດາຍ (Filiform) ມີປ້ອງຈຳນວນຫຼາຍ. ມີຂາ 3 ຄູ່. ຂາຄູ່ຫຼັງປ້ອງ tibia ຈະປະກອບດ້ວຍໜາມລຽນເປັນແຖວຈໍານວນຫຼາຍ, ສໍາລັບຕົວແມ່ມີອະໄວຍະວະສຳລັບໄວ້ວ່າງໄຂ່ເປັນທໍ່ຍາວໆຢູ່ບໍລີເວນກົ້ນ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນດ້າຍ (Filiform), ລັກສະນະປາກ: ແບບກັດກິນ  (Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ 2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (Tegmina) ປົກຫຸມປີກຄູ່ຫຼັງ ແລະ ຄູ່ຫຼັງເປັນແຜນບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs) ແຕ່ມີຂາຄູ່ຫຼັງຈະມີຂະໜາດໃຫຍ່ ແລະ ຂາປ້ອງ Femur ມີຂະໜາດໃຫຍ່ແຂງແຮງ, ປ້ອງ Tibia ຍາວ ມີໜາມລຽນກັນເປັນແຖວຈໍານວນຫຼາຍ ໄວ້ສຳລັບກະໂດດ (Jumping leg). ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດ່ຽວ (Ocelli). ແຫຼ່ງທີ່ພົບແມງຈິງຫຼີດທ້ອງແດງ: ສາມາດພົບໄດ້ທົ່ວໄປຕາມກ້ອງກ້ອນຂີ້ໄຖ, ກ້ອງກ້ອນຫີນ, ກ້ອງຊາກເສດໃບໄມ້ ແລ ອື່ນໆ. ອາຫານຂອງແມງຈິງຫຼີດທ້ອງແດງ: ກິນໃບພືດ ແລະ ສັດເປັນອາຫານ (Omnivores).

ບັນຍາຍການນຳໃຊ້

ສາມາດພົບໄດ້ທົ່ວທຸກພາກຂອງ ສປປລາວ ທີ່ປະຊາຊົນບັນດາເຜົ່ານິຍົມນໍາມາປຸງແຕ່ງເປັນອາຫານ ທີ່ໃຫ້ສານອາຫານສູງຈຳພວກ ທາດໂປຼຕີນ (Protein),  ນິຍົມນຳມາເປັນອາຫານຮັກສາພະຍາດຂາດສານອາຫານ, ນໍາມາລ້ຽງເປັນສິນຄ້າ, ນໍາມາເປັນອາຫານຂອງສັດ. ລາຄາຂາຍຈິງຫຼີດຕາມທ້ອງຕະຫຼາດ 45,000-60,000 ກີບ/ກິໂລກຼາມ.

ການສຶບພັນ ແລະ ວົງຈອນຊີວິດ

ການສືບພັນ (Reproduction): ການສືບພັນ ແລະ ວົງຈອນຊີວິດຂອງແມງຈິງຫຼີດທ້ອງແດງແມ່ນອາໄສເພດຜູ້ ແລະ ເພດແມ່ ໃນການສືບພັນ. ແມງຈິງຫຼີດທ້ອງແດງຕົວຜູ້ຈະໃຊ້ການສຳພັດກັນຂອງປີກຄູ່ໜ້າເພື່ອໃຫ້ເກີດການສັ່ນສະເທືອນໃຫ້ມີສຽງໃນການກ້ຽວພາລາສີ ແລະ ຮ້ອງຕົວແມ່ເຂົ້າມາໃກ້ໃນການປະສົມພັນ. ເຮົາສາມາດສັງເກດເບິ່ງຕົວແມ່ທີ່ເຕັມໄວ (ມີປີກສົມບູນຫຸ້ມທ້ອງແລ້ວ) ປະມານ 09-11 ມື້ ຈະເລື່ມມີການປະສົມພັນ ແລະ ຕໍ່ຈາກນັ້ນປະມານ 4 ມື້ ຈະເລີ່ມວ່າງໄຂ່ ໂດຍຕົວແມ່ຈະໃຊ້ອະໄວຍະວະວ່າງໄຂ່ເປັນທໍ່ຍາວແທ່ງລົງໃນດິນທີ່ມີຄວາມຊຸມ ແລະ ວ່າງໄຂ່ເປັນກຸ່ມໆ ກຸ່ມລະປະມານ 3-5 ໜ່ວຍ.
ໄລຍະໄຂ່ (Eggs): ແມງຈິງຫຼີດທ້ອງແດງ ຕົວແມ່ 1 ຕົວ ຈະວ່າງໄຂ່ປະມານ 800-1.300 ໜ່ວຍ, ໄຂ່ເປັນສີເຫຼືອງທີ່ມີລັກສະນະເປັນແທ່ງຍາວຄືກັບເມັດເຂົ້າສານ ແລະ ຝັກອອກມາເປັນຕົວອ່ອນປະມານ 7 ມື້ ແຕ່ກໍ່ຂຶ້ນກັບສະພາບອາກາດເຊັນ: ອາກາດໜາວໄຂ່ຈະແຕກປະມານ 22 ມື້. 
ໄລຍະເປັນໂຕອ່ອນ (Nymphs): ລັກສະນະຂອງໂຕອ່ອນທີ່ແຕກອອກມາຈາກໄຂ່ໃໝ່ຈະເປັນສີນໍ້າຕານປົນເທົາ ແລະ ມີຂີດຂາວຂວາງລໍາຕົວ ມັກຢູ່ບ່ອນປຽກຊຸມ. ຂະໜາດຮ່າງກາຍປະມານ 6-8 ມມ. ຮ່າງກາຍຈະກ່າຍຈະມີລັກສະນະຄ້າຍຄືພໍ່ ແລະ ແມ່ ແຕ່ບໍ່ມີປີກ(ມີຮອງຮ່ອຍຂອງປີກ). ໂຕອ່ອນມີການລອກຄາບຈາກຕົວອ່ອນມາເປັນຕົວເຕັມໄວປະມານ 1-2 ຄັ້ງ. 
ໄລຍະໂຕເຕັມໄວ (Adults):  ຂະໜາດຮ່າງກາຍປານກາງ ຮູບຮ່າງກົມຊົ່ງກະບອກ (ຂະໜາດຮ່າງກາຍກ້ວາງປະມານ 0.8-1.2 ຊມ ແລະ ຍາວປະມານ 2.5-2.8 ຊມ). ລໍ້າຕົວເປັນສີນໍ້າຕານ ຫຼື ສີນໍ້າຕານປົ່ນແດງ (ສີນໍ້າຕານເຂັ້ມ), ສີຂອງປີກເປັນສີນໍ້າຕານປົນແດງດໍາ, ສີແກ່ນຂາມ. ຕົວແມ່ປີກຈະກ້ຽງ ແລະ ສ່ວນໂຕຜູ້ກົກປີກຈະມີຄື້ນຍິກໆໄວ້ສຳພັດກັນເພື່ອຜະລິດເປັນສຽງໃນການກ້ຽວພາລາສີ. ໜວດຍາວ 1 ຄູ່ ເປັນແບບເສັ້ນດາຍ (Filiform) ມີປ້ອງຈຳນວນຫຼາຍ. ມີຂາ 3 ຄູ່. ຂາຄູ່ຫຼັງປ້ອງ tibia ຈະປະກອບດ້ວຍໜາມລຽນເປັນແຖວຈໍານວນຫຼາຍ, ສໍາລັບຕົວແມ່ມີອະໄວຍະວະສຳລັບໄວ້ວ່າງໄຂ່ເປັນທໍ່ຍາວໆຢູ່ບໍລີເວນກົ້ນ. 

ການປະກອບສ່ວນ