ແມງຈູຈີຂີ້ຊ້າງ / Real Exotic Elephant Dung Beetle

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Heliocopris dominus Bates, 1868 / Scarabaeidae
ຊື່ພ້ອງ
ຊື່ອື່ນ
ແມງແຈ
Thai: ด้วงขี้ช้าง
ພັນລະນາລັກສະນະສັນຖານ

ລັກສະນະທົ່ວໄປ: ແມງຈູຈີຂີ້ຊ້າງ ຮ່າງກາຍຂອງແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ. ໂຕຜູ້ມີເຂົາ 2 ເຂົາຍືນອອກມາຈາກແຜ່ນດ້ານໜ້າຂອງຫົວ ແລະ ສ່ວນເອິກທາງດ້ານເທິງ. ສີຂອງລໍາໂຕເປັນສີດຳເຫຼືອມ. ສ່ວນດ້ານທ້ອງເປັນສີແດງອົມດຳ ມີຂົນສີນໍ້າຕານແດງຈຳນວນຫຼາຍ. ແຜ່ນດ້ານໜ້າຂອງຫົວ ແລະ ເອິກ ມີຮອຍເປັນດຸມຈຸດໆຈໍໍານວນຫຼາຍ..ປີກຄູ່ທໍາອິດໜາ ແຂງ ເປັນສີເຫຼືອມ (elytra) ແລະ ຄູ່ຫຼັງ ເປັນແຜ່ນໄສ (membrane). ສາມາດພົບໄດ້ທົ່ວໄປທົ່ວທຸກພາກຂອງ ສປປລາວ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບຫວີພັບໄວ້ (Lamellate) ລັກສະນະຄ້າຍໃບໄມ້ຊ້ອນກັນ ດ້ານປາຍໜວດມີລັກສະນະແປທາງດ້ານຂ້າງ ແລະ ຕິດລຽນກັນ. ລັກສະນະປາກ:ແບບກັດກິນ (Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ 2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (elytra) ປົກຫຸມປີກຄູ່ຫຼັງ ແລະ ຄູ່ຫຼັງເປັນແຜນບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs), ຂາຄູ່ໜ້າແຂງ ປາຍສຸດຂອງຂາຈະມີເລັບແບບແຂ້ວຫວີ. ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່. ແຫຼ່ງທີ່ພົບແມງຈູຈີຂີ້ຊ້າງ: ສາມາດພົບຕາມກ້ອງໃບໄມ້ແຫ້ງ, ກ້ອງຂ້ອນໄມ້ ແລະ ຂຸດຮູ້ຢູ່ຕາມກ້ອງອາຈົມສັດ. ອາຫານຂອງແມງຈູຈີຂີ້ຊ້າງ: ອາຈົມຂອງສັດ.

ບັນຍາຍການນຳໃຊ້

ທີ່ປະຊາຊົນລາວບັນດາເຜົ່ານິຍົມນໍາມາປຸ່ງແຕ່ງເປັນອາຫານ ທີ່ໃຫ້ສານອາຫານສູງຈຳພວກທາດໂປຼຕີນ (Protein), ນໍາມາຂາຍເປັນສິນຄ້າ, ສັດລ້ຽງສວຍງາມ, ລ້ຽງເພື່ອການກິລາ, ນໍາມາເປັນອາຫານຂອງສັດ. ລາຄາຂາຍແມງຄາມຕາມທ້ອງຕະຫຼາດ 20,000-30,000 ກີບ/ກິໂລກະລຼາມ.

ການສຶບພັນ ແລະ ວົງຈອນຊີວິດ

ໄລຍະໄຂ່ (Eggs): ໂຕແມ່ ຈະວ່າງໄຂ່ປະມານ 3-4 ໜ່ວຍ. ຊຶ່ງພວກມັນຈະວ່າງໄຂ່ໃນອາຈົນຂອງສັດ (ງົວ,ຄວາຍ...)ທີ່ມ້ວນເປັນໜ່ວຍກົມ ໄຂ່ລະໜຶ່ງໜ່ວຍ. ໄຂ່ຂອງຈູຈີຂີ້ຊ້າງຂ້ອນຂ້າງໃຫຍ່ ກົມ. ໄຂ່ມີລັກສະນະເປັນໜ່ວຍກົມສີຂາວອ່ອນ-ຂາວຂຸ້ນໄສ. 
ໄລຍະເປັນໂຕດ້ວງ (Larva): ລັກສະນະຂອງໂຕດ້ວງບໍ່ມີປີກ, ລໍ້າໂຕຂົດເປັນຮູບໂຕຊີ (C), ຮ່າງກ່າຍມີຂົນ, ລໍ້າໂຕເປັນສີຂາວຂຸ້ນ, ຫົວເປັນກາບແຂງຂະໜາດໃຫຍ່ທີ່ເອີ່ນວ່າ: ຫົວກະໂລກ, ມີແກ້ວກ້າມຂະໜາດໃຫຍ່, ມີປ້ອງລໍ້າໂຕ 8 ປ້ອງ ແຕ່ລະປ້ອງມີຮູຫາຍໃຈປ້ອງລະ 1 ຄູ່ຢູ່ຂ້າງລໍ້າໂຕ. ມີຂາ 3 ຄູ່. ໄລຍະທີ່ເປັນໂຕດ້ວງນີ້ຈະໃຊ້ເວລາປະມານ 2-3 ເດືອນ.
ໄລຍະເປັນໂຕດັກແດ້ (pupa): ເປັນໄລຍະຂອງການພັກໂຕທີອາໄສຢູ່ໃນຜົ້ງດິນທີ່ມີຄວາມອຸດົມສົມບູນທາງດ້ານແຮ່ທາດທາງທຳມະຊາດ ເຊັ່ນ: ອາຈົມສັດ, ເສດໄມ້ໂດກ, ໄລຍະນີ້ຈະໃຊ້ເວລາຍາວນານເຖິງ 5-6 ເດືອນ.  ຕົວອ່ອນຂອງດັກແດ້ຈະເປັນສີຂາວຂຸ້ນ ຈົນຮອດສີນໍ້າຕານແດງ. ຊ່ວງໄລຍະທີ່ເປັນດັກແດ້ນີ້ຮ່າງກາຍຈະອ່ອນນຸ້ມ, ຂະໜາດຮ່າງກາຍຕົວດັກແດ້ ຍາວປະມານ 3-5 ຊມ.ແລະ ມີການລອກຄາບອອກມາເປັນໂຕເຕັມໄວ້ ແຕ່ຊ່ວງອອກມາເປັນໂຕເຕັມໄວ້ຈະອາໄສຢູ່ໃນຜົ່ງ 1-2 ເດືອນກ່ອນອອກມາສູ່ສະພາບແວດລ້ອມພາຍນອກ.
ໄລຍະໂຕເຕັມໄວ (Adults): ຈະມີຊີວິດຢູ່ໄດ້ໃນທຳມະຊາດປະມານ 1-3 ປີ.

ການປະກອບສ່ວນ