ແມງແຄງເຂົາງົວ / Horn Stink Bug

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Pygoplatys auropunctatus Blöte, 1945 / Tessaratomidae
ຊື່ພ້ອງ
ຊື່ອື່ນ
Thai: Maeng Khaeng Chik
ພັນລະນາລັກສະນະສັນຖານ

ລຳຕົວເປັນຮູບຮິ, ຂະໜາດ 2-5 x 1.5-2 ຊມ. ເປືອກນອກເປັນເນື້ອແຂງ, ສີແດງ. ປີກນອກແຂງ, ສີແດງ, ປີກໃນສີຂາວປົນເຫຼືອງ, ເນື້ອບາງໆ. ຕົວແມ່ຈະມີຂະໜາດໃຫຍ່ກວ່າຕົວຜູ້ເລັກນ້ອຍ. ມີຂາ 3 ຄູ່, ຄູ່ຫຼັງຈະໃຫຍ່ກວ່າຄູ່ກາງ ແລະ ຄູ່ໜ້າ. ມີໜວດຢູ່ສ່ວນຫົວໜື່ງຄູ່ເປັນແບບຮູບຂ້ອນກະບ໋ອງ ແລະ ມີປາກແບບດູດ.

ບັນຍາຍການນຳໃຊ້

ເມື່ອຕົ້ນລະດູຝົນ, ໃບໄມ້ເລີ່ມປົ່ງ ໂດຍສະເພາະແມ່ນໃບໄມ້ຊາດອ່ອນ, ຈະພົບແມງແຄງຊະນີດນີ້ຈັບເປັນກຸ່ມ ຫຼື ຕົວດຽວ, ມັນຈະດູດກີນນ້ຳລ້ຽງຈາກຍອດອ່ອນ. ເຮົາໄປເກັບເອົາຕາມຍອດອ່ອນ, ຕ້ອງໄປເອົາຕອນເຊົ້າເພາະມັນຈະບີນບໍ່ໄດ້ດີ ເພາະຖືກນ້ຳໝອກຫຼາຍ. ສາມາດເຮັດອາຫານໄດ້ຫຼາຍລາຍການ ເຊັ່ນ: ຕ່ຳແຈ່ວ, ຂົ້ວ ຫຼື ເປັນສ່ວນປະສົມຂອງອາຫານປະເພດອື່ນ ເຊັ່ນ: ແຈ່ວປ່າ, ເອາະກົບ ແລະ ອື່ນໆ. ໃນລະດູການຖ້າມີຫຼາຍອາດຈະພົບຕາມຕະຫຼາດທ້ອງຖີ່ນ ແຕ່ມີລາຄາຂ່ອນຂ້າງພໍສົມຄວນ.

ການສຶບພັນ ແລະ ວົງຈອນຊີວິດ
Keooudone
ວົງຈອນຊີວິດຂອງແມງແຄງເຂົາ

ແມງແຄງເຂົາງົວ ມັກວາງໄຂ່ຕາມໃບຂອງໄມ້ຟູ່ມ, ກີ່ງໄມ້ທີ່ມີຮົ່ມ, ໄຂ່ຈະມີອາຍຸໄດ້ເຖີງ 3 ເດືອນ, ເມື່ອວາງໄຂ່ແລ້ວ ແມ່ຈະຕາຍໄປ. ໄຂ່ຈະຟັກຕົວເມື່ອເຂົ້າສູ່ລະດູຮ້ອນໃນທ້າຍເດືອນມີນາ. ຈາກນັ້ນຈະອາໄສກີນນ້ຳລ້ຽງຕາມຍອດພືດຕາມປ່າ ໂດຍສະເພາະແມ່ນໄມ້ຊາດ (Dipterocarpus obtusifolius Teijsm. ex Miq.) ແລະ ໄມ້ເພົາ (Shorea siamensis Miq.). ມັກພົບລວມກັນເປັນກຸ່ມຢູ່ປາຍຍອດ. ບາງຄັ້ງກໍ່ພົບຕາມຕົ້ນໄມ້ເພັກ (Vietnamosasa pusilla (A. Chev. & A. Camus) T. Q. Nguyen) ໃນຊ່ວງນີ້ຂອງຊີວິດມີອາຍຸ 15 ວັນ, ຈາກນັ້ນໃຊ້ເວລາ 7-9 ວັນກໍ່ປົ່ງປີກຄືກັບໂຕເຕັມໄວ. ແມງແຄງຊະນິດນີ້ມີໄລຍະການຈະເລີນເຕິບໂຕຢູ່ 3 ໄລຍະທີມີການປ່ຽນແປງຮູບຮ່າງ ແລະ ຂະໜາດຄື: 1. ໄລຍະເປັນໄຂ່ ປະມານ 3 ເດືອນ. 2. ໄລຍະເປັນຕົວອ່ອນ ຫຼື ກາງໄວ 28-30 ວັນ. 3. ໄລຍະໂຕເຕັມໄວ 5-6 ເດືອນ.

ການປະກອບສ່ວນ