ແມງຈີ່ນາຍ / Short Tailed crickets

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Tarbinskiellus portentosus (Lichtenstein, 1796) / Gryllidae
ຊື່ພ້ອງ
Gryllus (Acheta) achatinus Stoll, 1813
Liogryllus formosanus Matsumura, 1910
Gryllus (Acheta) fuliginosa Stoll, 1813
Brachytrupes ustulatus Serville, 1838
ຊື່ອື່ນ
ລາວ: ຈີ່ຫຼໍ່
Thai: ພາກກາງເອີ້ນ: จิ้งโกร่ง จิโปม จิ้งหรีดโก่ง จึ้งหรีดหัวโต, ພາກອີສານເອີ້ນ: จิโปม กิหล่อ ແລະ ພາກເໜືອ ເອີ້ນ: จิกุ่ง
English: Giant Cricket, Taiwan Giant Cricket, Large Brown Cricket
ພັນລະນາລັກສະນະສັນຖານ

ລັກສະນະທົ່ວໄປ: ແມງຈີ່ນາຍ ຫຼື ຈີ່ຫຼໍ່ (ພາກໃຕ້ຂອງລາວ) ເປັນແມງໄມ້ທີ່ຢູ່ໃນຕະກຸນຂອງແມງຈິງຫຼີດ ແຕ່ມີຮ່າງກາຍຂະໜາດໃຫຍ່ ທີ່ສາມາດ ເປັນແມງໄມ້ທີ່ອອກຫາກິນໃນຕອນກາງຄືນ. ຮ່າງກາຍຂອງຈີ່ນາຍແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ. ຂະໜາດຮ່າງກາຍຂະໜາດອ້ວນໃຫຍ່ ຮູບຮ່າງກົມຊົ່ງກະບອກ (ຂະໜາດຮ່າງກາຍຂອງໂຕແມ່ປະມານ 3.7 ຊມ ແລະ ຕົວຜູ້ປະມານ 4.4 ຊມ). ລໍາຕົວເປັນສີນໍ້າຕານອົມເຫຼືອງ. ຕົວແມ່ປີກຈະກ້ຽງ ແລະ ສ່ວນໂຕຜູ້ກົກປີກເປັນຄື້ນຍິກໆ ໂດຍການໃຊ້ຂອບກົກປີກຄູ່ໜ້າທີ່ເປັນຄື້ນຍິກໆໄວ້ສໍາພັດກັນເພື່ອຜະລິດເປັນສຽງໃນການກ້ຽວພາລາສີ. ໜວດຍາວ 1 ຄູ່ ເປັນແບບເສັ້ນດ້າຍກົມ (Filiform). ມີຂາ 3 ຄູ່. ຂາຄູ່ຫຼັງປ້ອງ tibia ຈະປະກອບດ້ວຍໜາມລຽນເປັນແຖວຈໍານວນຫຼາຍ, ສໍາລັບຕົວແມ່ມີອະໄວຍະວະສຳລັບໄວ້ວ່າງໄຂ່ເປັນທໍ່ສັ້ນຢູ່ບໍລິເວນກົ້ນ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນດ້າຍ (Filiform), ລັກສະນະປາກ: ແບບກັດກິນ  (Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ 2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (Tegmina) ປົກຫຸມປີກຄູ່ຫຼັງ ແລະ ປີກຄູ່ຫຼັງເປັນແຜນບາງໃສ (Membrane), ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs) ແຕ່ຂາຄູ່ຫຼັງຈະມີຂະໜາດໃຫຍ່ ແລະ ຂາປ້ອງ Femur ມີຂະໜາດໃຫຍ່ແຂງແຮງ, ປ້ອງ Tibia ຍາວ ມີໜາມລຽນກັນເປັນແຖວຈໍານວນຫຼາຍ ໄວ້ສຳລັບກະໂດດ (Jumping leg). ຕາມີລັກສະນະ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດ່ຽວ (Ocelli). ແຫຼ່ງທີ່ພົບແມງຈີ່ນາຍ: ສາມາດພົບໄດ້ທົ່ວໄປຕາມພື້ນດິນ ໂດຍການຂຸດຮູຢູ່ໃນດິນເຊັ່ນ: ຕາມຄັນນາ, ທົງຫຍ້າ, ເດີນບ້ານ, ຂີ້ຊາຍຕາມແຄມແມ່ນໍ້າ ຊຶ່ງຮູຂອງແມງຈີນາຍຍາວປະມານ 30-60 ຊມ.

ບັນຍາຍການນຳໃຊ້

ພົບໄດ້ທົ່ວທຸກພາກຂອງ ສປປລາວ ທີ່ປະຊາຊົນບັນດາເຜົ່ານິຍົມນໍາມາປຸ່ງແຕ່ງເປັນອາຫານ ທີ່ໃຫ້ສານອາຫານສູງຈຳພວກ ທາດໂປຼຕີນ (Protein), ນິຍົມນຳມາເປັນອາຫານຮັກສາພະຍາດຂາດສານອາຫານ, ນໍາມາລ້ຽງເປັນສິນຄ້າ, ນໍາມາເປັນອາຫານຂອງສັດ. ລາຄາຂາຍຈີ່ນາຍຕາມທ້ອງຕະຫຼາດ 1,000-2,000 ກີບ/ໂຕ. ນຳມາປຸ່ງແຕ່ງເປັນອາຫານໄດ້ຫຼາຍຢ່າງເຊັ່ນ: ແຈ່ວ, ເອາະ, ປົ້ນ ແລະ ອື່ນໆ.

ການສຶບພັນ ແລະ ວົງຈອນຊີວິດ

ການສືບພັນ (Reproduction): ການສືບພັນ ແລະ ວົງຈອນຊີວິດຂອງແມງຈີ່ນາຍແມ່ນອາໄສເພດຜູ້ ແລະ ເພດແມ່ ໃນການສືບພັນ. ແມງຈີ່ນາຍຕົວຜູ້ຈະໃຊ້ການສຳພັດກັນຂອງຂອບປີກຄູ່ໜ້າເພື່ອໃຫ້ເກີດການສັ່ນສະເທືອນໃຫ້ມີສຽງໃນການກ້ຽວພາລາສີ ແລະ ຮ້ອງຕົວແມ່ເຂົ້າມາໃກ້ໃນການປະສົມພັນ. ການປະສົມພັນຂອງແມງຈີ່ນາຍແມ່ນເລີມແຕ່ເດືອນກັນຍາ-ພະຈິກ. 
ໄລຍະໄຂ່ (Eggs): ຕົວແມ່ 1 ຕົວ ຈະວ່າງໄຂ່ປະມານ 30-385 ໜ່ວຍ, ໄຂ່ມີຄວາມກວ້າງປະມານ 0.012 ຊມ ແລະ ຍາວປະມານ 0.004 ຊມ. ຈີ່ນາຍຈະວ່າງໄຂ່ເປັນກຸ່ມໆ ກຸ່ມໜຶ່ງປະມານ 30-70 ໜ່ວຍ. ໄຂ່ມີລັກສະນະເປັນໜ່ວຍກົມຍາວຄືເມັດເຂົ້າສານສີເຫຼືອງອ່ອນ-ຂາວຂຸ້ນໄສ ມີເສັ້ນສີດຳຍາວຕາມຄວາມຍາວຂອງໜ່ວຍໄຂ່ທີ່ເຫັນໄດ້ຊັດເຈນ ແລະ ມີສີດຳນ້ອຍໆຫຼາຍເສັ້ນພາດຂວາງມີຈຸດສີດໍານ້ອຍໆ 2 ຈຸດຢູ່ບໍລິເວນເທິງຂອງໄຂ່. ໄຂ່ຈະແຕກອອກເປັນໂຕອ່ອນປະມານ 15-16 ມື້.
ໄລຍະເປັນໂຕອ່ອນ (Nymphs): ລັກສະນະຂອງໂຕອ່ອນຄ້າຍກັບພໍ່ແມ່ແຕ່ບໍ່ມີປີກ, ຕົວອ່ອນທີແຕກອອກຈາກໄຂ່ໃໝ່ຈະເປັນສີນໍ້າຕານອ່ອນໆ. ຂະໜາດຮ່າງກາຍຕົວອ່ອນຄັ້ງທຳອິດປະມານ 0.48-0.50 ຊມ. ໂຕອ່ອນມີການລອກຄາບຈາກຕົວອ່ອນມາເປັນຕົວເຕັມໄວປະມານ 6-7 ຄັ້ງ. 
ໄລຍະໂຕເຕັມໄວ (Adults): ຂະໜາດຮ່າງກາຍຂະໜາດອ້ວນໃຫຍ່ ຮູບຮ່າງກົມຊົ່ງກະບອກ (ຂະໜາດຮ່າງກາຍຂອງໂຕແມ່ປະມານ 3.7 ຊມ ແລະ ຕົວຜູ້ປະມານ 4.4 ຊມ). ລໍາຕົວເປັນສີນໍ້າຕານອົມເຫຼືອງ. ຕົວແມ່ປີກຈະກ້ຽງ ແລະ ສ່ວນໂຕກົກປີກເປັນຄື້ນຍິກໆ. ໜວດຍາວ 1 ຄູ່ ເປັນແບບເສັ້ນດາຍ (Filiform) ມີປ້ອງຈຳນວນຫຼາຍ. ມີຂາ 3 ຄູ່. ສ່ວນທ້ອງມີອະໄວຍະວະວ່າງໄຂ່ (Ovipositor) ທີ່ມີລັກສະນະຄ້າຍເຂັມທີ່ຢືດອອກມາຈາກສ່ວນທ້ອງ. ຂາຄູ່ຫຼັງປ້ອງ tibia ຈະປະກອບດ້ວຍໜາມລຽນເປັນແຖວຈໍານວນຫຼາຍ, ສໍາລັບຕົວແມ່ມີອະໄວຍະວະສຳລັບໄວ້ວ່າງໄຂ່ເປັນທໍ່ຍາວໆຢູ່ບໍລີເວນກົ້ນ.

ການປະກອບສ່ວນ