ແມງແຄງລີ້ນຈີ່ / Litchi Stink Bug

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Tessaratoma papillosa Drury, 1770 / Tessaratomidae
ຊື່ພ້ອງ
ຊື່ອື່ນ
Chinese: 荔枝椿象[Lìzhī chūnxiàng]
Thai: มวนลำใย
ພັນລະນາລັກສະນະສັນຖານ

ໂຕເຕັມໄວມີສີນ້ຳຕານປົນສີເຫຼືອງ, ຮູບຮ່າງລັກສະນະຄ້າຍຮູບຮີ, ມີຂະໜາດຍາວ 25-31 ມມ ແລະ ສ່ວນກວ້າງທີ່ໜ້າເອິກ 15-17 ມມ. ເພດແມ່ຈະມີຂະໜາດໃຫຍ່ກວ່າເພດຜູ້. ເມື່ອຕົວອ່ອນຈະເປັນສີແດງ. ເພດແມ່ຕົວເຕັມໄວວາງໄຂ່ເປັນກຸ່ມຕາມໃບ ຫຼື ລຽນກັນຕາມກ້ານດອກ. ໄຂ່ກຸ່ມໜື່ງຈະມີຈຳນວນໂດຍສະເລ່ຍ 15 ໝ່ວຍ.

ບັນຍາຍການນຳໃຊ້

ແມງແຄງຖືກນຳມາໃຊ້ເປັນອາຫານດົນນານແລ້ວ. ເຊິ່ງສາມາດຫາໄດ້ຕາມຕົ້ນລຳໄຍ, ຕາມລະດູການ, ເຊິ່ງສາມາດກີນດິບ ແລະ ນຳມາປູກແຕ່ງເປັນອາຫານໄດ້ຫຼາກຫຼາຍລາຍການເຊັ່ນ: ແຈ່ວກັບປາແດກ, ຂົ້ວ, ຈີ່ ແລະ ປະສົມກັບອາຫານລາຍການອື່ນໆ. ໃນຊ່ວງລະດູການອາດຈະພົບຕາມຕະຫຼາດທ້ອງຖີ່ນ, ແຕ່ມີລາຄາແພງຫຼາຍ, ໃນລາຄາ 60,000-120,000 ກິບຕໍ່ກິໂລ.

ການສຶບພັນ ແລະ ວົງຈອນຊີວິດ

ແມງແຄງຊະນິດນີ້ພົບໄດ້ທົ່ວໄປຕາມຍອດອ່ອນ ຫຼື ກ້ານດອກ ຂອງພືດຕະກຸນລຳໄຍ, ມັນຈະອາໄສດູດນ້ຳລ້ຽງຈາກຍອດອ່ອນຂອງຕົ້ນລຳໄຍ, ຕົ້ນຄໍ້ສົ້ມ, ຕົ້ນຄໍແລນ ແລະ ຕົ້ນລີ້ນຈີ່. ໃນຊ່ວງທີ່ມີຫຼາຍແມ່ນຊ່ວງເດືອນ ເມສາ-ມິຖຸນາ. ໃນລະດູການອອກດອກ ແລະ ປົ່ງຍອດອ່ອນຂອງພືດຕະກຸນລຳໄຍ. ແມງແຄງ ມີອາຍຸນັບແຕ່ເປັນໄຂ່ເຖິງໂຕເຕັມໄວ. ໃນຊ່ວງເດືອນເມສາ-ພືດສະພາ ຕົວແມ່ຈະວາງໄຂ່ເປັນກຸ່ມຢູ່ຕາມໃບ ແລະ ກ້ານດອກຂອງຕົ້ນລຳໄຍ ຫຼື ພືດອື່ນໆ. ມັກວາງໄຂ່ເປັນກຸ່ມໆ ລະ 5-28 ໜ່ວຍ, ໄຂ່ຈະແຕກເປັນຕົວອ່ອນ 7-14 ວັນ. ຕົວອ່ອນຈະມີສີແດງ, ມີການລອກຄາບ 5 ຄັ້ງ, ໄລຍະຕົວອ່ອນຈະໃຊ້ເວລາ 61-74 ວັນ, ໄລຍະຕົວກາງໄວຈະໃຊ້ເວລາ 105-107 ວັນ ຈຶ່ງຈະເປັນຕົວເຕັມໄວ ແລະ ໄລຍະຕົວເຕັມໄວຈະມີອາຍຸຫຼາຍກວ່າ 90 ວັນຂື້ນໄປ. ສັດຕູທຳມະຊາດຂອງແມງແຄງໄດ້ແກ່ ນົກກົນປືດ, ນົກວັກ, ກະປອມ ຄົນ ແລະ ອື່ນໆ.

ການປະກອບສ່ວນ