ແມງຈີຊອນປີກຍາວ / The Long-Wings Mole Cricket

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Gryllotalpa africana Palisot de Beauvois, 1805 / Gryllotalpidae
ຊື່ພ້ອງ
Gryllotalpa confusa Chopard, 1939
Gryllotalpa formosana Chopard, 1931
Gryllotalpa fossor Scudder, 1869
Gryllotalpa oryctes Scudder, 1869
ຊື່ອື່ນ
Thai: แมลงกระชอนอาเมกัน
ພັນລະນາລັກສະນະສັນຖານ

ລັກສະນະທົ່ວໄປ: ແມງຊອນປີກຍາວ ຮ່າງກາຍແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ. ຂະໜາດຮ່າງກາຍປານກາງຫາໃຫຍ່ ຮູບຮ່າງເປັນແບບທໍ່ຍາວ (ຕົວແມ່ມີຂະໜາດຮ່າງກາຍປະມານ 20-33 ມມ ແລະ ຕົວຜູ້ມີຂະໜາດຮ່າງກາຍປະມານ 23-35 ມມ). ຮ່າງກາຍເປັນສີນໍ້າຕານຂຸ້ນ, ຂາຄູ່ໜ້າເປັນຂາແບບຄັວດ, ປີກຄູ່ໜ້າສັ້ນປົກຫຸ້ມລໍ້າຕົວເຄິ່ງໜຶ່ງ, ໜວດສັ້ນ-ນ້ອຍແຕ່ມີປ້ອງຈຳນວນຫຼາຍ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນດ້າຍ (Filiform), ລັກສະນະປາກ: ແບບກັດກິນ  (Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ 2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (Tegmina) ແລະ ຄູ່ຫຼັງເປັນແຜນບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs) ແຕ່ມີຂາຄູ່ໜ້າຈະມີຂະໜາດໃຫຍ່ເປັນຂາແບບຄັວດ(Digging leg), ຂາປ້ອງ Femur ມີຂະໜາດໃຫຍ່ແຂງແຮງ, ປ້ອງ Tibia ສັ້ນ ແລະ ມີໜາມແຂງ. ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດ່ຽວຂ້ອນຂ້າງໃຫຍ່ (Ocelli). ແຫຼ່ງທີ່ພົບແມງຊອນ: ສາມາດພົບໄດ້ທົ່ວໄປຕາມດິນຕົມຕາມທົ່ງນາ, ຕາມແຄມແມ່ນໍ້າ, ຕາມກ້ອງຊາກເສດຕ່າງໆ. ອາຫານຂອງແມງຊອນ: ກິນໃບພືດ ແລະ ສັດເປັນອາຫານ (Omnivores).

ບັນຍາຍການນຳໃຊ້

ເປັນແມງໄມ້ຊະນິດໜຶ່ງທີ່ປະຊາຊົນເຮົາສ່ວນຫຼາຍນິຍົມນໍາມາກິນເປັນອາຫານ, ລາຄາຂາຍຕາມທ້ອງຕະຫຼາດ 35,000-50,000 ກີບ/ກິໂລກຼາມ.

ການສຶບພັນ ແລະ ວົງຈອນຊີວິດ

ການສືບພັນ (Reproduction): ການສືບພັນ ແລະ ວົງຈອນຊີວິດຂອງແມງຊອນກໍ່ຄ້າຍຄືກັບແມງໄມ້ທົ່ວໆໄມ້ ໂດຍອາໄສເພດຜູ້ ແລະ ເພດແມ່ ໃນການສືບພັນ ຊຶ່ງຊວງໄລຍະເວລາຂອງການສືບພັນຈະຢູ່ໃນລະຫວ່າງເດືອນ ເມສາ-ພຶດສະພາ.  ແລະ ໄຂ່ຈະແຕກເປັນໂຕອ່ອນແກ່ຍາວເວລາເຖິງເດືອນ ສິງຫາ-ກັນຍາ.
ໄລຍະໄຂ່ (Eggs): ແມງຊອນຕົວແມ່ 1 ຕົວ ຈະວ່າງໄຂ່ປະມານ 60-100 ໜ່ວຍ, ກວ້າງປະມານ 2-3 ມມ, ຍາວປະມານ 1-1,7 ມມ. ໄຂ່ມີລັກສະນະສີຂີ້ເທົ່າຫາສີນໍ້າຕານຂຸ້ນ, ຮູບຮ່າງຂອງໄຂ່ຈະມີ 2 ລັກສະນະຄື: ເປັນຮູບໄຂ່ ແລະ ເປັນແບບແກ່ນໜາກຖົ່ວ. ສຳລັບການວ່າງໄຂ່ຂອງແມງຊອນແມ່ນຈະເຈາະຮູລົງພື້ນດິນເປັນຮູໆ ທີ່ມີຄວາມເລິກຫາງຈາກໜ້າດິນປະມານ 5-30 ຊມ. ຊ່ວງໄລຍະເວລາທີ່ເປັນໄຂ່ຈະໃຊ້ເວລາປະມານ 10-40 ມື້ ຈຶ່ງແຕກມາເປັນໂຕອ່ອນ. 
ໄລຍະເປັນໂຕອ່ອນ (Nymphs): ລັກສະນະຂອງໂຕອ່ອນທີ່ແຕກອອກມາຈາກໄຂ່ໃໝ່ຈະເປັນສີຂາວອ່ອນ ແລະ ຮ່າງກາຍຈະກ່າຍມາເປັນສີດຳພາຍໃນ 24 ຊົ່ວໂມງ. ໄລຍະທີ່ເປັນຕົວອ່ອນນີ້ຈະເຈາະຮູຢູ່ຫ່າງຈາກໜ້າດິນປະມານ 20-25 ຊມ. ແຕ່ຈະຂຶ້ນກັບສະພາບຂອງອາກາດ(ຮ້ອນ, ເຢັນ) ແລະ ຄວາມອ່ອນ ແລະ ແຂງຂອງດິນ. ການລອກຄາບຂອງແມງຊອນຈາກຕົວອ່ອນມາເປັນຕົວເຕັມໄວປະມານ 8-10 ຄັ້ງ. 
ໄລຍະໂຕເຕັມໄວ (Adults): ຂະໜາດຮ່າງກາຍປານກາງຫາໃຫຍ່ ຮູບຮ່າງເປັນແບບທໍ່ຍາວ (ຕົວແມ່ມີຂະໜາດຮ່າງກາຍປະມານ 20-33 ມມ ແລະ ຕົວຜູ້ມີຂະໜາດຮ່າງກາຍປະມານ 23-35 ມມ). ຮ່າງກາຍເປັນສີນໍ້າຕານຂຸ້ນ, ຂາຄູ່ໜ້າເປັນຂາແບບຄັວດ, ປີກຄູ່ໜ້າສັ້ນປົກຫຸ້ມລໍ້າຕົວເຄິ່ງໜຶ່ງ, ໜວດສັ້ນ-ນ້ອຍແຕ່ມີປ້ອງຈຳນວນຫຼາຍ. 

ການປະກອບສ່ວນ