ແມງຈັກຈົງ / Pacific Ducetia

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Ducetia japonica (Thunberg, 1815) / Tettigoniidae
ຊື່ພ້ອງ
Ducetia quinquenervis (Haan, 1843)
ຊື່ອື່ນ
White medium-striped katydid
Thai: ตั๊กโต่ง
Korea: 줄베짱이
ພັນລະນາລັກສະນະສັນຖານ

ລັກສະນະທົ່ວໄປ: ແມງຈັກຈົງ ມີຮ່າງກາຍຂະໜາດໃຫຍ່ ຍາວປະມານ 15-20  ມມ. ລໍ້າຕົວເປັນສີນໍ້າຕານ, ສີຂຽວ, ສີຂີ້ເທົາ. ປີກຄູ່ທໍາອິດໜາ ແລະ ມີລັກສະນະຄາຍໃບໄມ້ ເນື້ອປີກເປັນສີຂຽວ, ສີນໍ້າຕານ, ສີຂີ້ເທົາ. ປາຍຂອງສ່ວນທ້ອງຈະມີອະໄວຍະວະຄືກັບດາບ (Ovipositor) ຊ່ວຍໃນການວາງໄຂ່. ສາມາດພົບໄດ້ທົ່ວທຸກພາກຂອງ ສປປລາວ ທີ່ປະຊາຊົນບັນດາເຜົ່ານິຍົມນໍາມາປຸ່ງແຕ່ງເປັນອາຫານ ທີ່ໃຫ້ສານອາຫານສູງຈຳພວກທາດໂປຼຕີນ (Protein), ນິຍົມນໍາມາເປັນອາຫານ, ນໍາມາຂາຍເປັນສິນຄ້າ, ນໍາມາເປັນອາຫານຂອງສັດ. ຮ່າງກາຍຂອງແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ. ລາຄາຂາຍຕັກກະແຕນຈັກຈົງຕາມທ້ອງຕະຫຼາດ 15,000-25,000 ກີບ/ກິໂລກະລຼາມ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນດ້າຍ (Filiform) ຍາວກ່ວາຮ່າງກາຍ. ລັກສະນະປາກ: ແບບກັດກິນ (Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ 2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (Tegmina) ປົກຫຸມປີກຄູ່ຫຼັງ ແລະ ຄູ່ຫຼັງເປັນແຜນບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs), ຂາຄູ່ໜ້າ ແລະ ກາງເປັນຂາໄຕຄານ (Walking legs)  ແຕ່ມີຂາຄູ່ຫຼັງຈະມີຂະໜາດໃຫຍ່ ແລະ ຂາປ້ອງ Femur ມີຂະ ໜາດໃຫຍ່ແຂງແຮງ, ປ້ອງ Tibia ຍາວ ມີໜາມລຽນກັນເປັນແຖວຈໍານວນຫຼາຍ ໄວ້ສຳລັບກະໂດດ (Jumping leg), ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດ່ຽວ (Ocelli) ຢູ່ລະຫວ່າງກາງຂອງຕາລວມ. ແຫຼ່ງທີ່ພົບແມງຕັກກະແຕນຈັກຈົງ: ສາມາດພົບທົ່ວໄປ.
ອາຫານຂອງແມງຕັກກະແຕນຈັກຈົງ: ກິນແມງໄມ້ຊະນິດອືນເປັນອາຫານ.

ບັນຍາຍການນຳໃຊ້

ລາຄາຂາຍຕັກກະແຕນຈັກຈົງຕາມທ້ອງຕະຫຼາດ 15,000-25,000 ກີບ/ກິໂລກະລຼາມ.

ການສຶບພັນ ແລະ ວົງຈອນຊີວິດ

ການສືບພັນ (Reproduction): ການສືບພັນ ແລະ ວົງຈອນຊີວິດຂອງແມງຈັກຈົງອາໄສເພດຜູ້ ແລະ ເພດແມ່ ໃນການສືບພັນ.  
ໄລຍະໄຂ່ (Eggs): ຕົວແມ່ 1 ຕົວ ຈະວາງໄຂ່ປະມານ 50-80 ໜ່ວຍ. ໄຂ່ມີຄວາມກວ້າງປະມານ 1-2 ມມ ແລະ ຍາວປະມານ 2-3 ມມ. ການຈະວາງໄຂ່ເປັນກຸມໆ ກຸມໜຶ່ງປະມານ 10-15 ໜ່ວຍ. ໄຂ່ມີລັກສະນະເປັນໜ່ວຍກົມຍາວຄືເມັດເຂົ້າສານສີເຫຼືອງອ່ອນ-ຂາວຂຸ້ນໄສ. ໄຂ່ຈະແຕກອອກເປັນໂຕອ່ອນປະມານ 4-5 ອາທິດ.
ໄລຍະເປັນໂຕອ່ອນ (Nymphs): ລັກສະນະຂອງໂຕອ່ອນຄ້າຍກັບພໍ່ແມ່ແຕ່ບໍ່ມີປີກ, ຕົວອ່ອນທີແຕກອອກຈາກໄຂ່ໃໝ່ຈະເປັນສີນໍໍ້າຕານອ່ອນ, ສີຂຽວອ່ອນ, ສີຂິີ້ເທົ່າ (ສີຈະຂືຶ້ນກັບສະພາບແວດດ້ອມ). ຂະໜາດຮ່າງກາຍຕົວອ່ອນຄັ້ງທໍາອິດປະມານ 2-3 ຊມ. ໂຕອ່ອນມີການລອກຄາບຈາກຕົວອ່ອນມາເປັນຕົວເຕັມໄວປະມານ 4-5 ຄັ້ງ.
ໄລຍະໂຕເຕັມໄວ (Adults): ແມງຈັກຈົງ ມີຮ່າງກາຍຂະໜາດໃຫຍ່ ຍາວປະມານ 15-20 ມມ. ລໍ້າຕົວເປັນສີນໍ້າຕານ, ສີຂຽວ, ສີຂີ້ເທົາ. ປີກຄູ່ທໍາອິດໜາ ແລະ ມີລັກສະນະຄາຍໃບໄມ້ ເນື້ອປີກເປັນສີຂຽວ, ສີນໍ້າຕານ, ສີຂີ້ເທົາ. ໜວດຍາວ 1 ຄູ່ ເປັນແບບເສັ້ນດາຍ (Filiform) ມີປ້ອງຈຳນວນຫຼາຍ. ມີຂາ 3 ຄູ່. ສ່ວນທ້ອງມີອະໄວຍະວະວາງໄຂ່ (Ovipositor) ທີ່ມີລັກສະນະຄ້າຍເຂັມທີ່ຢືດອອກມາຈາກສ່ວນທ້ອງ. ຂາຄູ່ຫຼັງປ້ອງ tibia ຈະປະກອບດ້ວຍໜາມລຽນເປັນແຖວຈໍານວນຫຼາຍ.

ການປະກອບສ່ວນ