ແມງຈິງຫຼີດທ້ອງແດງລາຍ / House crickets

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Acheta domesticus (Linnaeus, 1758) / Gryllidae
ຊື່ພ້ອງ
Gryllus aegyptiacus Haan, 1843
Acheta melanocephalus Zacher, 1917
Gryllus transversalis Walker, 1871

ຊື່ອື່ນ
Thai: จิ้งหรีดทองแดงลาย
ພັນລະນາລັກສະນະສັນຖານ

ລັກສະນະທົ່ວໄປ: ແມງຈິງຫຼີດທ້ອງແດງລາຍ ຮ່າງກາຍຂອງຈິງຫຼີດທ້ອງແດງລາຍແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ. ຂະໜາດຮ່າງກາຍນ້ອຍ ຮູບຮ່າງກົມຊົ່ງກະບອກ (ຂະໜາດຮ່າງກາຍກ້ວາງປະມານ 0.3-0.5 ຊມ ແລະ ຍາວປະມານ 2-2.05 ຊມ). ລໍ້າຕົວເປັນສີນໍ້າຕານ ລັກສະນະຄ້າຍກັບຈິງຫຼີດທ້ອງແດງ ແຕ່ມີຂະໜາດນ້ອຍກວ່າ, ນໍາໜັກຮ່າງກ່າຍປະມານ 0,53 ກຼາມ ຫຼື ປະມານ 1,890-2,235 ຕົວ/ກິໂລກຼາມ. ຕົວແມ່ມີປີກຄູ່ໜ້າສັ້ນເຄິ່ງລໍ້ຕົວ ແລະ ສ່ວນໂຕຜູ້ກົກປີກຈະມີຄື້ນຍິກໆໄວ້ສຳພັດກັນເພື່ອຜະລິດເປັນສຽງໃນການກ້ຽວພາລາສີ. ໜວດຍາວ 1 ຄູ່ ເປັນແບບເສັ້ນດາຍ (Filiform) ມີປ້ອງຈຳນວນຫຼາຍ. ມີຂາ 3 ຄູ່. ຂາຄູ່ຫຼັງປ້ອງ tibia ຈະປະກອບດ້ວຍໜາມລຽນເປັນແຖວຈໍານວນຫຼາຍ, ສໍາລັບຕົວແມ່ມີອະໄວຍະວະສຳລັບໄວ້ວ່າງໄຂ່ເປັນທໍ່ຍາວໆຢູ່ບໍລີເວນກົ້ນ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນດ້າຍ (Filiform), ລັກສະນະປາກ: ແບບກັດກິນ  (Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ 2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (Tegmina) ປົກຫຸມປີກຄູ່ຫຼັງ ແລະ ຄູ່ຫຼັງເປັນແຜນບາງໃສ (Membrane)., ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs) ແຕ່ມີຂາຄູ່ຫຼັງຈະມີຂະໜາດໃຫຍ່ ແລະ ຂາປ້ອງ Femur ມີຂະໜາດໃຫຍ່ແຂງແຮງ, ປ້ອງ Tibia ຍາວ ມີໜາມລຽນກັນເປັນແຖວຈໍານວນຫຼາຍ ໄວ້ສຳລັບກະໂດດ (Jumping leg), ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດ່ຽວ (Ocelli), ແຫຼ່ງທີ່ພົບແມງຈິງຫຼີດ: ສາມາດພົບໄດ້ທົ່ວໄປຕາມພື້ນເຮືອນ, ສະຖານທີກໍ່ສ້າງ ແລະ ຕາມຫຼືມໄມ້, ດີນ...ອາຫານຂອງແມງຈິງຫຼີດ: ກິນພືດ ແລະ ສັດເປັນອາຫານ (Omnivores).

ບັນຍາຍການນຳໃຊ້

ສາມາດພົບໄດ້ທົ່ວທຸກພາກຂອງ ສປປລາວ ທີ່ປະຊາຊົນບັນດາເຜົ່ານິຍົມນໍາມາປຸງແຕ່ງເປັນອາຫານ ທີ່ໃຫ້ສານອາຫານສູງຈຳພວກ ທາດໂປຼຕີນ (Protein),  ນິຍົມນຳມາເປັນອາຫານຮັກສາພະຍາດຂາດສານອາຫານ, ນໍາມາລ້ຽງເປັນສິນຄ້າຫຼາຍທີສຸດ, ນໍາມາເປັນອາຫານຂອງສັດ. ລາຄາຂາຍຈິງຫຼີດຕາມທ້ອງຕະຫຼາດ 45,000-60,000 ກີບ/ກິໂລກຼາມ.

ການສຶບພັນ ແລະ ວົງຈອນຊີວິດ

ການສືບພັນ (Reproduction): ການສືບພັນ ແລະ ວົງຈອນຊີວິດຂອງແມງຈິງຫຼີດທ້ອງແດງລາຍແມ່ນອາໄສເພດຜູ້ ແລະ ເພດແມ່ ໃນການສືບພັນ. ແມງຈິງຫຼີດທ້ອງແດງລາຍຕົວຜູ້ຈະໃຊ້ການສຳພັດກັນຂອງປີກຄູ່ໜ້າເພື່ອໃຫ້ເກີດການສັ່ນສະເທືອນໃຫ້ມີສຽງໃນການກ້ຽວພາລາສີ ແລະ ຮ້ອງຕົວແມ່ເຂົ້າມາໃກ້ໃນການປະສົມພັນ. ເຮົາສາມາດສັງເກດເບິ່ງຕົວແມ່ທີ່ເຕັມໄວ (ມີປີກສົມບູນຫຸ້ມທ້ອງແລ້ວ) ປະມານ 09-11 ມື້ ຈະເລື່ມມີການປະສົມພັນ ແລະ ຕໍ່ຈາກນັ້ນປະມານ 4 ມື້ ຈະເລີ່ມວ່າງໄຂ່ ໂດຍຕົວແມ່ຈະໃຊ້ອະໄວຍະວະວ່າງໄຂ່ເປັນທໍ່ຍາວແທ່ງລົງໃນດິນທີ່ມີຄວາມຊຸມ ແລະ ວ່າງໄຂ່ເປັນກຸ່ມໆ ກຸ່ມລະປະມານ 3-5 ໜ່ວຍ. 
ໄລຍະໄຂ່ (Eggs): ແມງຈິງຫຼີດທ້ອງແດງລາຍ ຕົວແມ່ 1 ຕົວ ຈະວ່າງໄຂ່ປະມານ 1.200-1.800 ໜ່ວຍ, ພວກມັນມັກໄຂ່ໃສ່ພື້ນຂອງຂີ້ຊາຍ ຫຼື ດິນພຸຜຸ້ຍ, ໄຂ່ເປັນສີເຫຼືອງທີ່ມີລັກສະນະເປັນແທ່ງຍາວຄືກັບເມັ້ດເຂົ້າສານ ແລະ ຝັກອອກມາເປັນຕົວອ່ອນປະມານ 13 ມື້ ແຕ່ກໍ່ຂຶ້ນກັບສະພາບອາກາດເຊັນ: ອາກາດໜາວໄຂ່ຈະແຕກປະມານ 26 ມື້. 
ໄລຍະເປັນໂຕອ່ອນ (Nymphs): ລັກສະນະຂອງໂຕອ່ອນທີ່ແຕກອອກມາຈາກໄຂ່ໃໝ່ຈະເປັນສີນໍ້າຕານອ່ອນໆ ທີ່ມີຮ່າງກາຍຄ້າຍຄືພໍ່ ແລະ ແມ່ ແຕ່ບໍ່ມີປີກ. ຂະໜາດຮ່າງກາຍປະມານ 0,2-0.5 ມມ. ໂຕອ່ອນມີການລອກຄາບຈາກຕົວອ່ອນມາເປັນຕົວເຕັມໄວປະມານ 1-2 ຄັ້ງ. 
ໄລຍະໂຕເຕັມໄວ (Adults): ຂະໜາດຮ່າງກາຍນ້ອຍ ຮູບຮ່າງກົມຊົ່ງກະບອກ (ຂະໜາດຮ່າງກາຍກ້ວາງປະມານ 0.3-0.5 ຊມ ແລະ ຍາວປະມານ 2-2.05 ຊມ). ລໍ້າຕົວເປັນສີນໍ້າຕານ ລັກສະນະຄ້າຍກັບຈິງຫຼີດທ້ອງແດງ ແຕ່ມີຂະໜາດນ້ອຍກວ່າ, ນໍາໜັກຮ່າງກ່າຍປະມານ 0,53 ກຼາມ ຫຼື ປະມານ 1,890-2,235 ຕົວ/ກິໂລກຼາມ. ຕົວແມ່ມີປີກຄູ່ໜ້າສັ້ນເຄິ່ງລໍ້ຕົວ ແລະ ສ່ວນໂຕຜູ້ກົກປີກຈະມີຄື້ນຍິກໆໄວ້ສຳພັດກັນເພື່ອຜະລິດເປັນສຽງໃນການກ້ຽວພາລາສີ. ໜວດຍາວ 1 ຄູ່ ເປັນແບບເສັ້ນດາຍ (Filiform) ມີປ້ອງຈຳນວນຫຼາຍ. ມີຂາ 3 ຄູ່. ຂາຄູ່ຫຼັງປ້ອງ tibia ຈະປະກອບດ້ວຍໜາມລຽນເປັນແຖວຈໍານວນຫຼາຍ, ສໍາລັບຕົວແມ່ມີອະໄວຍະວະສຳລັບໄວ້ວ່າງໄຂ່ເປັນທໍ່ຍາວໆຢູ່ບໍລີເວນກົ້ນ. 

ການປະກອບສ່ວນ