ເຂົ້າພື້ນເມືອງ / Native Rice

ລາວເຮົາມີຄວາມຫຼາກຫຼາຍຂອງສາຍພັນເຂົ້າພື້ນເມືອງ ເຊີ່ງມີຫຼາຍກວ່າ 15,000 ຕົວຢ່າງພັນເຂົ້າ ຊຶ່ງມັນສະແດງເຖິງຄວາມຫຼາກຫຼາຍຂອງຊີວະນາໆ ພັນກະສິກຳ ທີ່ອຸດົມສົມບູນ, ແນວພັນເຂົ້າພື້ນເມືອງໃນລາວ ລ້ວນແຕ່ມີເອກະລັກສະເພາະ ແລະ ປະຫວັດທີນ່າສົນໃຈ, ແນວພັນເຂົ້າພື້ນເມືອງ ຍັງຕິດພັນກັບຮິດຄອງປະເພນີຂອງລາວ ເຮົາ ຊື່ຂອງແນວພັນເຂົ້າແຕ່ລະແນວພັນນັ້ນ ລ້ວນແຕ່ມີເລື່ອງລາວ ບອກເລົ່າໃນແຕ່ລະຊົນເຜົ່າອັນນ່າສົນໃຈ. ຄວາມຫຼາກຫຼາຍຂອງຊະນິດພັນ ເຂົ້າພື້ນເມືອງ ແມ່ນຕິດພັນກັນກັບການດຳລົງຊີວິດຂອງຊົນເຜົ່າ ທີມັນສະທ້ອນໃຫ້ເຫັນວ່າແຕ່ລະ ຊົນເຜົ່າ ໄດ້ມີຮີດຄອງ ແລະ ວັດທະນາທຳຕໍ່ກັບ ການປູກເຂົ້າ ເຊິ່ງພົວພັນກັບພິທີທາງສາດສະໜາ ທີ່ສະແດງໃຫ້ເຫັນກ່ອນ ແລະ ຫຼັງເກັບກ່ຽວ ເຊິ່ງເປັນເອກະລັກ ສະເພາະທີນ່າສົນໃຈອີກດ້ວຍ.

ການປະກອບສ່ວນ