ເຂົ້າໄກ່ນ້ອຍແດງປີ / Red Annular Little Chicken Rice

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Oryza sativa L. subsp. japonica Shig.Kato / Poaceae
ຊື່ພ້ອງ
ຊື່ອື່ນ
ບັນຍາຍລັກສະນະພືດສາດ

ລຳຕົ້ນມີຄວາມແຂງແຮງ, ໜາ, ບໍ່ລົ້ມ, ສູງ 108−117 ຊມ, ສີຂຽວ, ປ້ອງ ສີຄໍາອ່ອນ, ມີ 7−9 ລໍາ/ສຸ່ມ. ໃບຫ່ຽວແຫ້ງປານກາງ ຍາວ 21−40 ຊມ, ແຜ່ນໃບກ້ຽງ, ສີຂຽວ. ກາບໃບສີຂຽວ. ມູມໃບຕັ້ງຊື່, ລີ້ນໃບປາຍແຫຼມ, ສີປົນ. ຄໍໃບສີຂຽວອ່ອນຫູໃບສີປົນ. ເກສອນແມ່ສີຂາວ, ມູມໃບວີປານກາງ. ຮວງຍາວ 24−28 ຊມ, ການແຕກກິ່ງຂັ້ນທີສອງ(ຂອງຮວງເຂົ້າ)ຫຼາຍ. ຮວງກ່ອງ. ຫາງເຂົ້າຍາວ ແລະ ມີບາງເມັດ, ສີແດງ. ເມັດເຕັມ 75−90%, ລົ່ນຈາກຮວງ <1%. ກົ້ນເມັດສີເຟືອງ, ປີກເຂົ້າສີເຟືອງ, ລວງຍາວຂອງປີກເຂົ້າ 75%. ເປືອກເມັດເຂົ້າສີແດງ. ເປືອກເມັດເຂົ້າມີຂົນສັ້ນ. ນ້ຳໜັກ 1000 ເມັດ (26.15ກຣາມ). ເມັດຍາວ 7.11 ມມ, ກວ້າງ 3.764 ມມ, ເມັດໜາ 2.365 ມມ, ເຈັ້ຍຫູ້ມເມັດເຂົ້າສານສີຂາວ, ມີຄວາມຫອມ. ອາຍຸທີ່ອອກດອກ108 ວັນ.

ບັນຍາຍການນຳໃຊ້

ເປັນອາຫານຫຼັກ ແລະ ປຸງແຕ່ງເປັນຂອງຫວານ, 4−6 ໂຕນ/ເຮັກຕາ, ລາຄາເຂົ້າເປືອກ 4000ກີບ/ກລ, 8000ກີບ/ກລ, ເປັນສິນຄ້າທີ່ມີຄວາມຕ້ອງການສູງ.

ການປະກອບສ່ວນ