ເຂົ້າໄກ່ນ້ອຍເຫຼືອງ / Yellow Chicken Rice

ຊະນິດຮ່ວມ
ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Oryza sativa L. subsp. japonica Shig.Kato / Poaceae
ຊື່ພ້ອງ
ຊື່ອື່ນ
ບັນຍາຍລັກສະນະພືດສາດ

ລຳຕົ້ນແຂງແຮງ, ບໍ່ລົ້ມ, ສູງ 116−118 ຊມ, ມີປະມານ 10 ຕົ້ນຕໍ່ສຸ່ມ. ຂໍ້ຂອງລຳຕົ້ນສີຂຽວ. ປ້ອງລຳຕົ້ນບາງ, ສີຄໍາອ່ອນ. ແຜ່ນໃບກ້ຽງ, ສີຂຽວອ່ອນ. ກາບໃບສີຂຽວ. ມູມໃບຕັ້ງຊື່. ລີ້ນໃບປາຍກົ່ງ, ສີຂາວ. ຄໍໃບສີຂຽວອ່ອນ. ຫູໃບສີຂຽວ. ວັນອອກດອກ 126 ວັນ. ເກສອນແມ່ສີເຫຼືອງ. ມູມໃບວີເຕື່ອຍລົງ. ຮວງໜາ, ຮວງກ່ອງ, ຍາວ 27−29 ຊມ. ການແຕກກິ່ງຂັ້ນທີ 2 ຂອງຮວງມີຫຼາຍ. ຫາງເຂົ້າສັ້ນ ແລະ ມີບາງເມັດ, ສີນໍ້າຕານ. ເມັດເຕັມຫຼາຍ<90%, ລົ່ນຈາກຮວງ <1%, ເມັດສີນໍ້າຕານ, ປິກເມັດສີນໍ້າຕານ, ລວງຍາວຂອງປີກເຂົ້າ<25%, ເປືອກເມັດເຂົ້າສີເຫຼືອງ, ກ້ຽງ. ນໍ້າໜັກຂອງເມັດ 1000 ເມັດ ເທົ່າ 24 ກຣາມ, ຂະໜາດຂອງເມັດ 7.11 x 3.7 ມມ, ຄວາມໜາ 2.33 ມມ. ເຈັ້ຍຫູ້ມເມັດເຂົ້າສານສີຂາວ, ມີຄວາມຫອມ.

ບັນຍາຍການນຳໃຊ້

ເຂົ້າໄກ່ນ້ອຍສາມາດຜະລິດໄດ້ 4−6 ໂຕນ/ຮຕ, ເປັນອາຫານຫຼັກ ແລະ ປຸງແຕ່ງເປັນຂອງຫວານ, ລາຄາເຂົ້້າເປືອກ 4000 ກີບ/ກລ ແລະ ລາຄາເຂົ້າສານ 8000 ກີບ/ກລ, ສ່ວນຂາຍຢູ່ວຽງຈັນທີ່ເປັນຖົງສຳເລັດຮູບລາຄາປະມານ 12,000 ກິບ, ຜູ້ບໍລິໂພກມີຄວາມຕ້ອງການສຸງເນື່ອງຈາກມີຄຸນນະພາບດີ ເມື່ອນື້ງສຸກຈະອ່ອນ ແລະ ມີຄວາມຫອມ. ມີບໍລິສັດເບຍລາວໄດ້ນຳເອົາເຂົ້າໄກ່ນ້ອຍເພື່ອຜະລິດເປັນເບຍທີ່ມີຄຸນພາບດີ.

ການປະກອບສ່ວນ