ເຂົ້າໄກ່ນ້ອຍແຊກ / Line Little Chicken Rice

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Oryza sativa L. subsp. japonica Shig.Kato / Poaceae
ຊື່ພ້ອງ
ຊື່ອື່ນ
ບັນຍາຍລັກສະນະພືດສາດ

ລຳຕົ້ນແຂງແຮງ, ໜາ, ບໍ່ລົ້ມ, ລຳຕົ້ນຍາວ 108  ຊມ, ແຂງແຮງ, ຈຳນວນ 10−11 ລຳຕົ້ນ/ສຸມ.ໃບຍາວ 21−40 ຊມ. ແຜ່ນໃບ ກ້ຽງ, ສີຂຽວ, ກາບໃບຂຽວ, ມູມໃບຕັ້ງຊື່, ລີ້ນໃບປາຍແຫຼມ, ລີ້ນໃບສີປົນ, ຄໍໃບ ສີຂຽວ, ຫູໃບສີມ່ວງ. ຂໍ້ຂອງລຳຕົ້ນສີຂຽວ. ປ້ອງລຳຕົ້ນສີຄໍາອ່ອນ. ເກສອນແມ່ ສີຂາວ. ມູມໃບວີ ປານກາງ. ການຖອດຮວງ ດີ. ຮວງໜາແໜ້ນ ປານກາງ. ການແຕກກິ່ງຂັ້ນທີສອງ(ຂອງຮວງເຂົ້າ) ຫຼາຍ. ຮວງກ່ອງ. ຮວງຍາວ 24−25 ຊມ. ຫາງເຂົ້າຍາວ ແລະ ມີບາງເມັດ, ຫາງເຂົ້າສີດໍາ, ເມັດເຕັມ 75−90%. ລົ່ນຈາກຮວງ<1%. ກົ້ນເມັດ ສີເຟືອງ, ປີກເຂົ້າສີຄໍາ. ປີກເຂົ້າຍາວ 75%. ເປືອກເມັດເຂົ້າສີດໍາແຊກ, ມີຂົນສັ້ນ. ນ້ຳໜັກ 1000 ເມັດ 25.6 ກຣາມ. ເມັດຍາວ7.056 ມມ, ເມັດກວ້າງ 3.816 ມມ, ເມັດໜາ2.332 ມມ. ເຈັ້ຍຫູ້ມເມັດເຂົ້າສານສີຂາວ. ມີກີ່ນຫອມ. ອາຍຸອອກດອກ 109 ວັນ.

ບັນຍາຍການນຳໃຊ້

ເປັນອາຫານຫຼັກ ແລະ ປຸງແຕ່ງເປັນຂອງຫວ່ານ, 4−6 ໂຕນ/ຮຕ, ລາຄາເຂົ້້າເປືອກ 4000ກີບ/ກລ ແລະ ລາຄາເຂົ້າສານ 8000 ກີບ/ກລ, ຜູ້ບໍລິໂພກມີຄວາມຕ້ອງການສຸງເນື່ອງຈາກມີຄຸນນະພາບການກິນດີ ແລະ ມີຄວາມຫອມ.

ການປະກອບສ່ວນ