ເຂົ້າໄກ່ນ້ອຍແດງເມັດໃຫ່ຍ / Red Big Seed Little Chicken Rice

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Oryza sativa L. subsp. japonica Shig.Kato / Poaceae
ຊື່ພ້ອງ
ຊື່ອື່ນ
ບັນຍາຍລັກສະນະພືດສາດ

ລຳຕົ້ນ ແຂງແຮງ, ໜາ, ບໍ່ລົ້ມ, ມີຈຳນວນ 7−8 ຕົ້ນ/ສຸມ. ແຜ່ນໃບກ້ຽງ, ສີຂຽວ. ກາບໃບສີຂຽວ. ມູມໃບຕັ້ງຊື່. ລີ້ນໃບປາຍແຫຼມ, ສີປົນ. ຄໍໃບສີຂຽວອ່ອນ. ຫູໃບສີປົນ. ຂໍ້ຂອງລຳຕົ້ນສີຂຽວ. ປ້ອງລຳຕົ້ນສີຄໍາອ່ອນ. ເກສອນແມ່ສີຂາວ. ມູມໃບວີ ປານກາງ. ການຖອດຮວງ ດີ. ຄວາມໜາແໜ້ນຂອງຮວງປານກາງ. ການແຕກກິ່ງຂັ້ນທີສອງ(ຂອງຮວງເຂົ້າ)ຫຼາຍ. ຮວງກ່ອງ. ຮວງຍາວ 24−28 ຊມ. ໃບຍາວ 21−40 ຊມ. ລຳຕົ້ນຍາວ 108−117 ຊມ. ຫາງເຂົ້າຍາວ ແລະ ມີບາງເມັດ, ຫາງເຂົ້າ ສີແດງ. ເມັດເຕັມ 75−90%, ລົ່ນຈາກຮວງ <1%. ກົ້ນເມັດສີເຟືອງ, ປີກເຂົ້າສີຄໍາ, ປີກເຂົ້າຍາວ 75%. ເປືອກເມັດເຂົ້າ ສີແດງ, ມີຂົນສັ້ນ. ນ້ຳໜັກ 1000 ເມັດ 33 ກຣາມ. ເມັດຍາວ7.8 & 8.1 ມມ. ເມັດກວ້າງ  3.67 & 3.7 ມມ . ເມັດໜາ2.33 & 2.59 ມມ. ເຈັ້ຍຫູ້ມເມັດເຂົ້າສານ ສີຂາວ. ມີກີ່ນຫອມ. ອາຍຸອອກດອກ 108 ວັນ.

ບັນຍາຍການນຳໃຊ້

ເປັນອາຫານຫຼັກ ແລະ ປຸງແຕ່ງເປັນຂອງຫວ່ານ, 4−6 ໂຕນ/ຮຕ, ລາຄາເຂົ້້າເປືອກ 4000ກີບ/ກລ ແລະ ລາຄາເຂົ້າສານ 8000 ກີບ/ກລ, ຜູ້ບໍລິໂພກມີຄວາມຕ້ອງການສຸງເນື່ອງຈາກມີຄຸນນະພາບການກິນດີ ແລະ ມີຄວາມຫອມ.

 

ການປະກອບສ່ວນ