ເຂົ້າອົບປົບ / Obpob rice

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Oryza sativa / Poaceae
ຊື່ພ້ອງ
ຊື່ອື່ນ
ເຂົ້າໜຽວບ້ານນໍ້າທຸງ
ບັນຍາຍລັກສະນະພືດສາດ

ເຂົ້າໜຽວຈາກບ້ານນໍ້າທຸງ, ເມືອງນໍ້າທາ ທີ່ໄດ້ມີພີ່ນ້ອງນໍາມາແຕ່ ສປຈີນແຕ່ປີ 2006. ຫຼັງຈາກນັ້ນ, ພະນັກງານວິຊາການກະສິກໍາໄດ້ນໍາໄປທົດສອບຢູ່ບາງເມືອງກ່ອນ ແລະ ບາງເມືອງ ແມ່ນໄດ້ທົດສອບໃນໄລຍະຈັດຕັ້ງປະຕິບັດໂຄງການ, ເຫັນວ່າປະຊາຊົນໄດ້ນໍາໃຊ້ມາຈົນເຖິງປະຈຸບັນ, ເປັນເຂົ້າໜຽວໃຫ້ຜົນຜະລິດປະມານ 4-6 ໂຕນ/ເຮັກຕາ, ອາຍຸ 138-148 ວັນ, ລວງສູງ 85-95 ຊມ, ລໍາຕົ້ນແຂງແຮງດີ, ສີໃບຂຽວເຂັ້ມ, ບາງຕັ້ງຊື່ດີ, ເມັດເຂົ້າເປືອກສີເຫຼືອງ, ຂະໜາດເມັດເຂົ້າສານຍາວ 10.65ມມ, ກວ່າງ 3.32 ມມ, ໜາ 2.33 ມມ, ນໍ້າໜັກ 1000 ເມັດແມ່ນ 39 ກກ, ຄຸນນະພາບການກິນອ່ອນນຸ່ມດີ ແລະ ຄຸນນະພາບການສີ ແມ່ນ 64 %.

ບັນຍາຍການນຳໃຊ້

ປະຊາຊົນຂົງເຂດແຂວງຫຼວງນໍ້າທານິຍົມປູກເພື່ອບໍລິໂພກ ເພາະມີຄຸນນະພາບການກິນດີ ແລະ ເຫຼືອແຮໄວ້ຂາຍຈໍານວນໜຶ່ງ

ການປະກອບສ່ວນ