ເຂົ້າໄກ່ນ້ອຍລາຍ / Wart Little Chicken Rice

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Oryza sativa L. subsp. japonica Shig.Kato / Poaceae
ຊື່ພ້ອງ
ຊື່ອື່ນ
ບັນຍາຍລັກສະນະພືດສາດ

ລຳຕົ້ນຍາວ 105−108 ຊມ, ແຂງແຮງ, ໜາ, ບໍ່ລົ້ມ. ໃບຍາວ 21−40 ຊມ, ແຜ່ນໃບ ກ້ຽງ, ແຜ່ນໃບສີຂຽວ. ກາບໃບສີຂຽວ. ລີ້ນໃບປາຍແຫຼມ. ລີ້ນໃບສີປົນ, ຄໍໃບສີຂຽວ. ຫູໃບສີມ່ວງ. ຂໍ້ຂອງລຳຕົ້ນສີຂຽວ. ປ້ອງລຳຕົ້ນ ສີຄໍາອ່ອນ. ເກສອນແມ່ສີຂາວ. ມູມໃບວີປານກາງ. ການຖອດຮວງ ດີ. ຄວາມໜາແໜ້ນຂອງຮວງ ປານກາງ. ການແຕກກິ່ງຂັ້ນທີສອງ(ຂອງຮວງເຂົ້າ)ຫຼາຍ. ຮວງກ່ອງ, ຮວງຍາວ 24−25 ຊມ. ຫາງເຂົ້າຍາວ ແລະ ມີບາງເມັດ, ສີດໍາ. ເມັດເຕັມ 75−90%, ລົ່ນຈາກຮວງ <1%. ກົ້ນເມັດສີເຟືອງ,  ປີກເຂົ້າສີຄໍາ. ປີກເຂົ້າຍາວ 75%. ເປືອກເມັດເຂົ້າລາຍແຊກສີນ້ຳຕານ, ມີຂົນສັ້ນ. ນ້ຳໜັກ 1000 ເມັດ 26.53 ກຣາມ. ຄວາມຍາວຂອງເມັດ 7.18 ມມ. ຄວາມກວ້າງຂອງເມັດ 3.77  ມມ. ເມັດໜາ 2.36 ມມ. ເຈັ້ຍຫູ້ມເມັດເຂົ້າສານສີຂາວ. ອາຍຸອອກດອກ 110 ວັນ.

ບັນຍາຍການນຳໃຊ້

ເປັນອາຫານຫຼັກ ແລະ ປຸງແຕ່ງເປັນຂອງຫວ່ານ, 4−6ໂຕນ/ຮຕ, ລາຄາເຂົ້້າເປືອກ 4000ກີບ/ກລ ແລະ ລາຄາເຂົ້າສານ 8000 ກີບ/ກລ, ຜູ້ບໍລິໂພກມີຄວາມຕ້ອງການສຸງເນື່ອງຈາກມີຄຸນນະພາບການກິນດີ ແລະ ມີຄວາມຫອມ.

ການປະກອບສ່ວນ