ເຂົ້າໄກ່ນ້ອຍດຳແຊກ / Dark Line Little Chicken Rice

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Oryza sativa L. subsp. japonica Shig.Kato / Poaceae
ຊື່ພ້ອງ
ຊື່ອື່ນ
ບັນຍາຍລັກສະນະພືດສາດ

ລຳຕົ້ນຍາວ>120 ຊມ, ຄວາມແຂງແຮງກ້າ, ໜາ, ບໍ່ລົ້ມ, ແຂງແຮງ, 7−8 ລໍາ/ສຸ່ມ. ແຜ່ນໃບກ້ຽງ, ໃບຍາວ 21−40 ຊມ, ສີຂຽວ. ກາບໃບສີຂຽວ. ມູມໃບຕັ້ງຊື່. ລີ້ນໃບປາຍແຫຼມ. ລີ້ນໃບສີປົນ. ຄໍໃບສີຂຽວອ່ອນ. ຫູໃບສີປົນ. ຂໍ້ຂອງລຳຕົ້ນສີຂຽວ. ປ້ອງລຳຕົ້ນສີຄໍາອ່ອນ. ເກສອນແມ່ສີຂາວ. ມູມໃບວີປານກາງ. ການຖອດຮວງດີ. ຮວງ ໜາແໜ້ນປານກາງ. ການແຕກກິ່ງຂັ້ນທີສອງ(ຂອງຮວງເຂົ້າ)ຫຼາຍ. ຮວງກ່ອງ, ຮວງຍາວ 24−28 ຊມ. ຫາງເຂົ້າຍາວແລະ ມີບາງເມັດ, ສີແດງ, ເມັດເຕັມ 75−90%, ລົ່ນຈາກຮວງ <1%. ກົ້ນເມັດສີເຟືອງ, ປີກເຂົ້າສີຄໍາ, ປີກຍາວເຂົ້າ 75%. ເປືອກເມັດເຂົ້າ ສີແດງແຊກ, ມີຂົນສັ້ນ. ນ້ຳໜັກ 1000 ເມັດ 25.6 ກຣາມ. ເມັດຍາວ 6.9 ມມ, ເມັດ ກວ້າງ 3.76 ມມ, ເມັດໜາ 2.37 ມມ. ເຈັ້ຍຫູ້ມເມັດເຂົ້າສານ ສີຂາວ. ມີຄວາມຫອມ. ອາຍຸອອກດອກ 108 ວັນ.

ບັນຍາຍການນຳໃຊ້

ເປັນອາຫານຫຼັກ ແລະ ປຸງແຕ່ງເປັນຂອງຫວ່ານ, 4−6 ໂຕນ/ຮຕ, ລາຄາເຂົ້້າເປືອກ 4000ກີບ/ກລ ແລະ ລາຄາເຂົ້າສານ 8000 ກີບ/ກລ, ຜູ້ບໍລິໂພກມີຄວາມຕ້ອງການສຸງເນື່ອງຈາກມີຄຸນນະພາບການກິນດີ ແລະ ມີຄວາມຫອມ.

 

ການປະກອບສ່ວນ