ເຂົ້າດໍໄດ້ / Dordai Rice

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Oryza sativa L. / Poaceae
ຊື່ພ້ອງ
ຊື່ອື່ນ
ບັນຍາຍລັກສະນະພືດສາດ

ເປັນແນວພັນເຂົ້າໜຽວພຶ້ນເມືອງ ທີ່ມາຈາກເມືອງປາກອູ ແຂວງຫຼວງພະບາງ, ໃຫ້ຜົນຜະລິດປະມານ 4-5 ໂຕນ/ເຮັກຕາ, ເປັນເຂົ້າກາງ, ອອກດອກໃນຊ່ວງຕົ້ນເດືອນຕຸລາ, ສາມາດປູກໄດ້ແຕ່ນາປີ, ລວງສູງ 89 ຊມ, ລໍາຕົ້ນແຂງແຮງດີ, ສີໃບຂຽວເຂັ້ມ, ໃບຈ່າງ, ເມັດເຂົ້າເປືອກສີເຫຼືອງ ປາຍເມັດມີຈຸດສີນໍ້າຕານ, ຂະໜາດເມັດເຂົ້າສານຍາວ 10.36 ມມ, ກວ່າງ 3.52 ມມ, ໜາ 2.16 ມມ, ນໍ້າໜັກ 1000 ເມັດແມ່ນ 39 ກກ, ຄຸນນະພາບການກິນອ່ອນນຸ່ມດີ ແລະ ຄຸນນະພາບການສີ ແມ່ນ 60 %.

ບັນຍາຍການນຳໃຊ້

ປະຊາຊົນຂົງເຂດແຂວງຫຼວງນໍ້າທານິຍົມປູກເພື່ອບໍລິໂພກ ເພາະມີຄຸນນະພາບການກິນດີ ແລະ ເຫຼືອແຮໄວ້ຂາຍຈໍານວນໜຶ່ງ

ການປະກອບສ່ວນ