ປາໄນ / Common carp

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Cyprinus carpio Linnaeus, 1758 / Cyprinidae
ຊື່ພ້ອງ
Carpio carpio subsp. gibbosus (Kessler, 1856)
Carpio vulgaris Rapp, 1854
Cyprinus acuminatus Heckel & Kner, 1858
Cyprinus alepidotus Bloch, 1784
Cyprinus angulatus Heckel, 1843
Cyprinus atrovirens Richardson, 1846
Cyprinus bithynicus Richardson, 1857
Cyprinus carpio subsp. anatolicus Hankó, 1925
Cyprinus carpio subsp. aralensis Spiczakow, 1935
Cyprinus carpio subsp. brevicirri Misik, 1958
Cyprinus carpio subsp. carpio
Cyprinus carpio subsp. caspicus Walbaum, 1792
Cyprinus carpio subsp. communis Anonymous
Cyprinus carpio subsp. communis Linnaeus, 1758
Cyprinus carpio subsp. elongatus Walecki, 1863
Cyprinus carpio subsp. fluviatilis Pravdin, 1945
Cyprinus carpio subsp. gibbosus Kessler, 1856
Cyprinus carpio subsp. haematopterus Martens, 1876
Cyprinus carpio subsp. lacustris Fitzinger, 1832
Cyprinus carpio subsp. longicirri Misik, 1958
Cyprinus carpio subsp. monstrosus Walecki, 1863
Cyprinus carpio subsp. oblongus Antipa, 1909
Cyprinus carpio subsp. specularis Lacepède, 1803
Cyprinus carpio var. caspicus Walbaum, 1792
Cyprinus carpio var. elongatus Walecki, 1863
Cyprinus carpio var. gibbosus Kessler, 1856
Cyprinus carpio var. haematopterus Martens, 1876
Cyprinus carpio var. lacustris Fitzinger, 1832
Cyprinus carpio var. oblongus Antipa, 1909
Cyprinus chinensis Basilewsky, 1855
Cyprinus cirrosus Schaeffer, 1760
Cyprinus conirostris Temminck & Schlegel, 1846
Cyprinus coriaceus Lacepède, 1803
Cyprinus elatus Bonaparte, 1836
Cyprinus festetitsii Bonaparte, 1845
Cyprinus hungaricus Heckel, 1837
Cyprinus macrolepidotus Hartmann, 1827
Cyprinus macrolepidotus Meidinger, 1794
Cyprinus macrolepidotus Schinz, 1822
Cyprinus mahuensis Liu & Ding, 1982
Cyprinus melanotus Temminck & Schlegel, 1846
Cyprinus nordmannii Valenciennes, 1842
Cyprinus nudus Bloch, 1784
Cyprinus regina Bonaparte, 1836
Cyprinus regius Nau, 1791
Cyprinus rex Walbaum, 1792
Cyprinus rexcyprinorum Bloch, 1782
Cyprinus rondeletii Shaw, 1802
Cyprinus specularis Gronow, 1854
Cyprinus specularis Lacepède, 1803
Cyprinus thermalis Heckel, 1843
Cyprinus tossicole Elera, 1895
Cyprinus viridescens Lacepède, 1803
Cyprinus vittatus Valenciennes, 1842
ຊື່ອື່ນ
English: Eurasian, European carp and common carp.
Thai: ປາໄນ
China: Lei yu and Li yu.
Indonesia: Green verieties, Tambra and Tombro
Korea: Koi
Vietnam: Ca chep, Ca gay and Pa nev.
ສະຖານະພາບການອະນຸລັກ
Vulnerable
ພັນລະນາລັກສະນະສັນຖານ

     ເປັນປານ້ຳຈືດຊະນິດໜຶ່ງ, ມີຮ່າງກາຍແຂງແຮງ, ມີລັກສະນະຄ້າຍປາປາກ, ມີເກັດຮູບກົມໃຫຍ່ທົ່ວລຳໂຕ, ນອກຈາກຫົວບໍມີເກັດ, ປານ້ອຍບໍ່ມີແຂ້ວ, ຮິມຝີປາກໜາ ແລະ ມີໜວດ 4 ເສັ້ນ. ຄີຫຼັງເປັນຄີດ່ຽວຍາວ, ສີຂອງພວກມັນຈະບໍ່ຄືກັນຂຶ້ນກັບສະພາບແວດລ້ອມ ແຕ່ສ່ວນຫຼາຍຈະເປັນສີຟ້າປົນສີເທົາ, ບາງຄັ້ງກໍເປັນສີເຫຼືອງ ແລະ ເປັນສີເຫຼືອງທອງທັງໂຕ. ເພດຜູ້ ແລະ ເພດແມ່ມີລັກສະນະຄ້າຍຄືກັນ ການສັງເກດຕ້ອງອາໄສຄວາມສຳນານ, ເພດແມ່ມີລຳໂຕປ້ອມສັ້ນກວ່າ, ຊ່ວງທ້ອງອວບໃຫຍ່, ແປ ແລະ ພອງອອກທັງສອງຂ້າງ ໂດຍສະເພາະແມ່ນລະດູວາງໄຂ່, ພື້ນທ້ອງອ່ອນນຸ້ມ ຫາກໃຊ້ມືບີບທ້ອງປາເບົາໆໄຂ່ຈະໄຫຼອອກມາທາງອາໄວຍະວະເພດ. ເພດຜູ້ມີລຳໂຕຮຽວຍາວ, ທ້ອງຈະບໍ່ເບັງ ແຕ່ຈະຕຶງ ແລະ ຂ້ອນຂ້າງແຂງ, ເມື່ອໃຊ້ມືບີບທ້ອງໄປທາງຮູທະວານເບົາໆຈະມີນ້ຳສີຂາວຄ້າຍນ້ຳນົມໄຫຼອອກມາຈາກອະໄວຍະວະເພດ. ລັກສະນະຂອງໄຂ່ປາໄນມີຂະໜາດນ້ອຍ, ມີເສັ້ນຜ່າສູນກາງປະມານ 1 ມມ, ຮູບກົມ, ມີສີເທົາອ່ອນ ມີເມືອກໜຽວ. ໄຂ່ຈະຕິດກັບຮາກພືດນ້ຳ ຫຼື ຫຍ້າທີ່ຢູ່ໃນນ້ຳ ແລະ ຟັກອອກເປັນໂຕໃນເວລາ 48 ຊົ່ວໂມງ, ແຕ່ຖ້າບໍ່ມີບ່ອນຈັບໄຂ່ຈະຈົ່ມລົງພື້ນນ້ຳ ແລະ ເສຍຫາຍບໍ່ສາມາດຟັກເປັນໂຕ.
        ແຫຼ່ງອາໄສ: ອາໄສຢູ່ຕາມແມ່ນ້ຳລຳທານ, ໜອງ ແລະ ບຶງທີ່ມືພື້ນດິນເປັນດິນໂຄນ, ມີກະເສຍນ້ຳອ່ອນ ຫຼື ນິ້ງ, ມັກຢູ່ໃນນ້ຳອຸ່ນຫຼາຍກວ່ານ້ຳເຢັນ, ບໍ່ມັກນ້ຳໃສ່ເກີນໄປ. ເປັນປາທີ່ທົນທານກັບສະພາບອາກາດ ແລະ ສາມາດປັບໂຕເຂົ້າກັບສະພາບແວດລ້ອມໄດ້ດີ.
        ພຶດຕິກຳ: ປົກກະຕິເປັນປາທີລະວັງໂຕຢູ່ສະເໜີ ແລະ ສາມາດຝຶກໃຫ້ລື້ງຄົນໄດ້ໂດຍການໃຫ້ອາຫານ ແຕ່ຕ້ອງລະວັງບໍ່ໃຫ້ປາຕົກໃຈ.
       ອາຫານ: ປາໄນເປັນປາທີ່ກິນທັງພືດ ແລະ ສັດ ແຕ່ໂດຍທົ່ວໄປແລ້ວຈະມັກກິນພືດຫຼາຍກວ່າ, ອາຫານຫຼັກຂອງພວກມັນໄດ້ແກ່ ໄຄນ້ຳ, ແໜຊະນິດຕ່າງ, ກຸ້ງ, ຫອຍ ແລະ ຊາກສັດຕ່າງໆ. ພວກມັນຈະອອກຫາກິນໃນຊ່ວງກາງຄືນເປັນຫຼັກ ແລະ ຊອກຫາກິນຢູ່ບໍລິເວນພື້ນທ້ອງນ້ຳ ໂດຍການໃຊ້ປາກຊ້ອມບໍລິເວນພື້ນນ້ຳ ຫຼື ແຄມນ້ຳ.

ບັນຍາຍການນຳໃຊ້

ອາຫານ: 

  • ຊີ້ນ: ປາໄນເປັນປາທີ່ນິຍົມນຳມາປຸງແຕ່ງອາຫານເປັນຈຳນວນຫຼາຍ ເນື່ອງຈາກມີຣົດຊາດຫວານ, ຫາຊື້ໄດ້ງ່າຍ, ລາຄາບໍ່ແພງ ແລະ ສາມາດນຳມາປຸ່ງແຕ່ງອາຫານໄດ້ຫຼາຍເມນູ.

ສິນຄ້າ:

  • ປັດຈຸບັນມີການລ້ຽງເພື່ອເປັນິນຄ້າ ແລະ ຂາຍອອກສູຕະຫຼາດ. 

ສັດລ້ຽງ: 

  • ເນື່ອງຈາາກປາໃນເປັນປາທີ່ມີສີສັນສວຍງາມຈຶ່ງຖືກນຳມາລ້ຽງເພື່ອຄວາມສວຍງາມ. 
ການປະກອບສ່ວນ