ການປ່ອຍປາອອກລ້ຽງ

  • ກຽມໜອງ ແລະ ລະບາຍນ້ຳສະອາດເຂົ້າໜອງໃຫ້ເລິກປະມານ 60 ຊມ ແລ້ວສາມາດປ່ອຍປາລົງລ້ຽງໄດ້ເລີຍ
  • ຈຳນວນລູກປາບໍ່ຄວນໜາແໜ້ນເກີນໄປ ເພາະຈະເຮັດໃຫ້ປາຈະເລີນເຕີບໂຕຊ້າ, ໂດຍປົກກະຕິແລ້ວໜອງທີ່ມີຂະໜາດ 20x20 ຄວນປ່ອຍປາຈຳນວນ 500 ໂຕ, ບໍຂະໜາດ 20x40 ຄວນປ່ອຍປາຈຳນວນ 1.000 ໂຕ ແລະ ໜອງທີ່ມີຂະໜາດ 40x40 ຫຼື 1 ໄລ່ ຄວນປ່ອຍປາຈຳນວນ 2.000 ໂຕ
  • ວິທີການປ່ອຍປາລົງໜອງລຽງປາໃນຕອນທຳອິດຄວນລອຍຖົງປາໃນໜອງປະມານ 10-15 ນາທີ ເພື່ອໃຫ້ປາປັບໂຕເຂົ້າກັບນ້ຳໃນໜອງ, ຂັ້ນຕອນຕໍ່ມາເປີດປາກຖົງອອກ ແລະ ຄ່ອຍໆຍົກກົ້ນຖົງຂຶ້ນເພື່ອໃຫ້ປາລອຍອອກໄປ, ຖ້າຫາກເປີດປາກຖົງ ແລະ ຖອກອອກເລີຍຈະເຮັດໃຫ້ປາຊ໋ອກ ແລະ ຕາຍທັນທີ
ການປະກອບສ່ວນ