ສາເຫດຂອງພະຍາດ, ວິທີປ້ອງກັນ, ແກ້ໄຂ ແລະ ຮັກສາ

     ສຳລັບບັນຫາທີ່ມັກພົບໃນການເພາະພັນທຸກຄັ້ງ ຄື: ໄຂ່ຟັກເປັນຕົວອ່ອນ, ສ່ວນຫຼາຍມີສາເຫດມາຈາກການທີ່ປາໄນເພດຜູ້ບໍ່ສີດນ້ຳເຊື້ອ ຫຼື ມີນ້ຳເຊື້ອໜ້ອຍ ເພາະສະນັ້ນຈຶ່ງຄວນເລືອກປາເພດຜູ້ທີ່ແຂງແຮງ, ມີນ້ຳເຊື້ອສົມບູນ ແລະ ອີກບັນຫາໜຶ່ງຄືການອານຸບານລູກປາ ມັກຈະມີແມງໄມ້ມາທຳລາຍລູກປາ ເຮັດໃຫ້ອັດຕາການຫຼອດຕ່ຳ.

      ພະຍາດກ່ຽວກັບປາເປັນບັນຫາຄວາມສຳຄັນເຊິ່ງອາດກໍ່ໃຫ້ເກີດຄວາມເສຍຫາຍແກ່ຜູ້ລ້ຽງ ແລະ ພະຍາດພິດພາຊະນິດສາມາດຕິດຕໍ່ໄດ້ຄ້າຍກັບພະຍາດລະບາດໃນຄົນ. 

      ພະຍາດຂອງປາສ່ວນຫຼາຍເມື່ອເກີດແລ້ວຈະຮັກສາໃຫ້ຫາຍຍາກ ດັງນັ້ນຈຶ່ງຄວນມີການປ້ອງກັນເອົາໄວ້ກ່ອນ ໂດຍການສ້າງໜອງສະ ແລະ ຂ້າເຊື້ອພະຍາດຊະນິດຕ່າງໃຫ້ດີທີ່ສຸດກ່ອນການລ້ຽງໃນຄັ້ງຕໍ່ໄປ. ພະຍາດທີ່ເກີດຂຶ້ນກັບປາມີດັງນີ້

1. ພະຍາດຈຸດຂາວ: ເກີດຈາກເຊື້ອໂປຼໂຕຊົວ

  • ມີອາການ: ເປັນຈຸດຂາວຢູ່ໃຕ້ຜິວໜັງ, ມັກກະວົນກະວາຍ ແລະ ລອຍນ້ຳຫຼຸບຂຶ້ນລົງຢ່າງໄວ
  • ການຮັກສາ: ຮັກສາໄດ້ໂດຍກາແຊ່ໃນນ້ຳເກືອປະສົມເກືອເພັດໃນອັດຕາ 7:3 ທີ່ມີຄວາມເຂັ້ມຂຸ້ນຂອງນ້ຳເກືອ 0.5%.
  • ການປ້ອງກັນ: ນຳໃຊ້ມາລາໄຄກຼີນ (ສີສັງເຄາະ) ທີ່ມີຄວາມເຂັ້ມຂຸ້ນ 1/10 ລ້ານ ປະສົມກັບຄອມເມີເຊີຍວ, ຟໍມາລີນ ຄວາມເຂັ້ມຂຸ້ນ 25/ໃນລ້ານ ໃສ່ລົງນ້ຳທີ່ໃຊ້ລ້ຽງປາທຸກໆ 10 ວັນພ້ອມັທງປ່ຽນນ້ຳໃໝ່.

2. ພະຍາດຈາກເຫັບລະຂັງ: ເກີດຈາກເຊື້ອ Trichodina sp. ເອີ້ນກັບທົ່ວໄປວ່າເຫັບລະຂັງ 

  • ອາການ: ເມື່ອເຫັບລະຂັງເກາະໃນຕົວປາເປັນຈຳນວນຫຼາຍຈະເຮັດໃຫ້ຜິວໜັງເກີດແຜ, ປາຈະຂັບເມືອກອອກມາຫຼາຍ, ຜິວໜັງມີລັກສະນະເປັນດ້ວງຂາວ ເຮັດໃຫ້ເກັດປາຫຼຸດ ລື ຄີຂາດຫຼົ່ນ.
  • ການຮັກສາ: ໃຊ້ຟໍມາລີນທີ່ມີຄວາມເຂັ້ມຂຸ້ນ 30-50 ສ່ວນໃນລ້ານ ນຳປາມາແຊ່ປະໄວ້ 3 ຊົ່ວໂມງ

3. ປີງໃສ່: ເປັນພວກໜອນໂຕແປ ຕົວສີຂາວໃສ, ມີຂະໜາດນ້ອຍປະມານ 0.5-2 ມມ, ຖ້າເກາະລູກປາຂະໜາດນ້ອຍຈະເຮັດໃຫ້ເງືອກເປັນແຜ ແລະ ຫຼຸດ.

  • ອາການ: ປາຈະມີອາການອ່ອນເພຍ, ອ່ອນແອ ແລະ ບໍ່ກິນອາຫານ.
  • ການຮັກສາ: ໃຊ້ຟໍມາລີນທີ່ມີຄວາມເຂັ້ມຂຸ້ນ 30-50 ສ່ວນໃນລ້ານ ນຳປາມາແຊ່ປະໄວ້ຈົນຫາຍ

4. ໜອນສະມໍ: ລຳໂຕມີລັກສະນະຊົງກະບອກ ຫົວມີລັກສະນະຄ້າຍຫົວສະມໍ ລື ຫົວຂີ້ກະເດືອນ, ຍາວ 0.2-4.3 ມມ, ໜອນຊະນິດນີ້ມັກເກາະຕາມລຳໂຕຂອງປາໄດເລ້ເກືອບທຸກສ່ວນ, ພວກມັນຈະຝັງຫົວເຂົ້າຜິວໜັງເພື່ອດູດກິນເລືອດ ແລະ ຂອງແຫຼວຈາກປາ.

  • ອາການ: ເມື່ອຖືກໜອນຊະນິດນີ້ກັດບໍລິເວນຖືກກັດຈະມີອາການຕົກເລືອດເປັນຮອຍຊ້ຳ, ເກັດຫຼຸດ, ເກີດບາດແຜ່, ເປັນສາເຫດເຮັດໃຫ້ເຊື້ອແບັກທິເຣຍ ແລະ ເຊື້ອຣາເຂົ້າແຊກ, ປາລະລອຍນ້ຳແບບຊ້າໆ.
  • ການຮັກສາ: ເປັນສັດທີ່ສາມາດແຜ່ຂະຫຍາຍພັນໄດ້ໄວ, ກຳຈັດໄດ້ຍາກ ເພາະສະນັ້ນຈຶ່ງຄວນກຳຈັດໄລຍະທີ່ເປັນຕົວອ່ອນຈຶ່ງຈະໄດ້ຮັບຜົນດີ. ການກຳຈັດຈະໃຊ້ Dipterex ຄວາມເຂັ້ມຂຸ້ນ 0.25-0.75 ສ່ວນຕໍ່ລ້ານ, ນຳປາມາແຊ່ເປັນເວລາຫຼາຍກວ່າ 4 ຊົ່ວໂມງ

5. ເຫັບປາ: ມີຂະໜາດ 5-10 ມມ, ສາມາດເບິ່ງເຫັນດ້ວຍຕາເປົ່າ, ເປັນສັດທີ່ວ່າງໄຂ່ຕາມກ້ອນຫີນ ລື ວັດຖຸແຂງໃນນ້ຳ, ໄຂ່ຟັກອອກເປັນໂຕພາຍໃນ 9-15 ວັນ ແລະ ສາມາດເຂົ້າເກາະປາໄດ້ພາຍໃນ 24 ຊົ່ວໂມງ

  • ອາການ: ປາທີ່ຖືກເຫັບປາເກາະຫຼາຍໆຈະຖືກດູດກິນເລືອດ ແລະ ຂອງແຫຼວໃນຈຸລັງ ພ້ອມທັງປ່ອຍສານພິດອອກມາເຮັດໃຫ້ປາອ່ອນເພຍ, ບໍ່ກີນອາຫານ ແລະ ຂະຫຍາຍໂຕໄດ້ຊ້າ.
  • ການຮັກສາ: ໃຊ້ວິທີດຽວກັນກັບການກຳຈັດໜອນສະມໍ.

       ນອກຈາກພະຍາດຕ່າງໆທີ່ກ່າວມານີ້ແລ້ວຜູ້ລ້ຽງຄວນຄຳນຶງເຖິງພະຍາດຂອງປາທີ່ເກີດຈາກອາຫານ ຫຼື ສະພາບແວດລ້ອມອີກດ້ວຍ ເພາະຈະມີຜົນກໍ່ໃຫ້ເກີດພະຍາດໃນປາ ເຊິ່ງການຮັກສາຈະມີຄວາມຫຍຸ້ງຍາກກວ່າການປ້ອງກັນຫຼາຍ.

ການປະກອບສ່ວນ