ການປະສົມພັນຂອງພໍ່ແມ່ພັນ

  • ປ່ອຍພໍ່-ແມ່ພັນລົງໃນກະຊັງທີ່ກຽມໄວ້ຈຳນວນ 30 ໂຕ (ເພດແມ່ 10 ໂຕ ແລະ ເພດຜູ້ 20 ໂຕ) ໃນເວລາຕອນເວັນໃນລະຫວ່າງ 18:00-19:00 ເພື່ອໃຫ້ພໍ່ແມ່ພັນປະສົມພັນກັນໃນຕອນເຊົ້າມືດທີ່ມີ ບັນຍາກາດງຽບສະຫງົບ
  • ການປະສົມພັນ: ເມື່ອປ່ອຍປາລົງແລ້ວປາຈະຮວມກັນກຸ່ມ ແລະ ລອຍວົນໃນກະຊັງ ຈົນເວລາໃກ້ແຈ້ງພວກມັນຈະລອຍໄວກວ່າປກກະຕິ, ໂດຍຕົວແມ່ຈະລອຍນຳໄປທາງໜ້າ ແລ້ວໂຕຜູ້ຈະລອຍຕາມຫຼັງໄປຫຼາຍຕົວໄລ່ກັນໄປໄກ້ບ່ອນວາງໄຂ່, ສຳລັບໂຕແມ່ທີ່ໄຂ່ແກ່ເຕັມທີ່ກະຈະວາງໄຂ່ໃນຂະນະນັ້ນ ປາໂຕຜູ້ຈະລອຍຕິດຕາມບ່ອນວາງໄຂ່ທີ່ກຽມໄວ້, ພໍ່-ແມ່ພັນຈະເຮັດການປະສົມພັນກັນແບບນີ້ເປັນເວລາຫຼາຍຊົ່ວໂມງ ຈົນກ່ວາໄຂ່ໝົດ. ດັງນັ້ນ ເວລາຕອນເຊົ້າປະມານ 9:00-10:00 ຕ້ອງຈັບເອົາພໍ່ພັນແມ່ພັນອອກຈາກກະຊັງທີ່ປະສົມພັນແລ້ວໃຫ້ໝົດ ເພື່ອປ້ອງກັນບໍໍ່ໃຫ້ພໍ່ປາກິນໄຂ່ທີ່ປະສົມພັນແລ້ວ ເພາະເກີດຄວາມຫິວເນື່ອງຈາກຈະສົມພັນກັນຢ່າງໜັກໃນເວລາກາງຄືນ.
  • ໄຂ່ປາ: ໄຂ່ທີ່ປະສົມພັນແລ້ວຈະແຕກອອກພາຍໃນ 48 ຊົ່ວໂມງ
ການປະກອບສ່ວນ