ລັກສະນະຂອງປາໄນນ້ຳຈືດທີ່ເໝາະແກ່ການລ້ຽງມີຄື: 

  • ລ້ຽງງ່າຍ: ເພາະເປັນປາທີ່ຫາກິນຕາມທຳມະຊາດ ໄດ້ແກ່ ຈຸລິນຊີໃນນ້ຳ, ແໜ, ໄຄນ້ຳ ແລະ ຮາກຜັກບົ້ງ, ລູກກຸ້ງ, ລູກຫອຍ ແຕ່ສາມາດໃຫ້ໜອນ ແລະ ແມງໄມ້ເພີ່ມຈະເຮັດໃຫ້ຈະຂະຫຍາຍຕົວໄດ້ດີ
  • ຂະຫຍາຍຕົວໄວ: ເລືອກປາໄນທີ່ມີອາຍຸ 6 ເດືອນແຕ່ມີນ້ຳໜັກເຄິ່ງກິໂລຂຶ້ນໄປ ແລະ ມີອັດຕາການຈະເລີນເຕີບໂຕ ດັງນີ້
  • ອາຍຸປາ ຄວາມຍາວ (ຊັງຕີແມັດ) ນ້ຳໜັກ (ກິໂລກຼາມ)
    3 ເດືອນ 18 0.1
    6 ເດືອນ 30 0.6
    1 ປີ 39 1.0
    2 ປີ 44 1.8
    3 ປີ 51

    7,2

  • ພັນທີ່ຫາໄດ້ງ່າຍ: ນອກຈາກຈະຫາຊື້ໄດ້ງ່າຍແລ້ວຍັງສາມາດເພາະພັນເອງໄດ້ໂດຍໃຊ້ວິທີແບບທຳມະຊາດໄດ້ຜົນດີ ແລະ ຜົນເສຍບໍ່ຫຼາຍປານໃດ
  • ເປັນສາຍພັນທີ່ໃຫ້ລູກຫຼາຍ: ແມ່ປາໄນທີ່ມີຂະໜາດ 2 ກິໂລກຼາມສາມາດໃຫ້ໄຂ່ປະມານ 40.000-50.000 ຟອງ ແລະປາທີ່ມີນ້ຳໜັກ​ 7 ກິໂລສາມາດໃຫ້ໄຂ່ປະມານ 200.000  ຫຼື ຫຼາຍກວ່ານັ້ນ, ສາມາດວາງໄຂ່ໄດ້ທຸກລະດູ, ປາທີ່ມີລູກຫຼາຍຈະຊ່ວຍເພີ່ມປະລະມານຂອງປາໃນໜອງໃຫ້ຫຼາຍຂຶ້ນ.
  • ມີຄວາມທົນທານ: ບໍ່ຄ່ອຍມີພະຍາດຮ້າຍແຮງ ແລະ ບໍ່ເຄີຍມີປະກົດການພະຍາດລະບາດເກີດຂຶ້ນກັບປາໄນ ແຕ່ຕ້ອງເລືອກສາຍພັນປາທີ່ມີຄວາມແຂງແຮງ, ທົນທານ ແລະ ສາມາດປັບໂຕເຂົ້າກັບສະພາບແວດລ້ອມໄດ້ດີ
  • ຊີ້ນມີຣົດຊາດດີ: ຕ້ອງເລືອກປາທີ່ມີຣົດຊາດຫວານ ແລະ ເປັນທີ່ຕ້ອງການຂອງທ້ອງຕະຫຼາດ
  • ເປັນສາຍພັນທີ່ບໍ່ກິນກັນເອງ: ເປັນປາທີ່ກິນລູກຕົວເອງ ຫຼື ປາຊະນິດດຽວກັນ
  • ເປັນປາທີ່ລ້ຽງປະສົມກັນໄດ້ ເຊັ່ນ: ລ້ຽງປະສົມກັບປາປາກ ແລະ ປານິນ ເນື່ອງຈາກເປັນປາທີ່ມີຂະໜາດນ້ອຍ ແລະ ໃຊ້ເວລາລ້ຽງບໍ່ດົນ
  • ເປັນປາທີ່ມີຄວາມສວຍງາມ: ໂດຍສະເພາະແມ່ນປາໄນຄຳ ເຊິ່ງເປັນທີ່ຕ້ອງການນຳໄປລ້ຽງເພື່ອຄວາມສວຍງາມ
ການປະກອບສ່ວນ