ການຂາຍລູກປາ

  • ລູກປາໄນທີ່ມີອາຍຸ 1 ເດືອນຈະມີຄວາມຍາວຂອງລຳໂຕ 3-5 ຊມ, ມີຄວາມແຂງແຮງເໝາະແກ່ການຈຳໝ່າຍໄດ້ແລ້ວ, ລາຄາຈຳໝ່າຍປີ 2022 ແມ່ນ 500 ກີບ/ໂຕ (1 ບາດ/ໂຕ)
  • ການບັນຈຸນິຍົມໃສ່ຖົງພາສຕິກອັດອັອກຊີເຈນ (ຖົງພຼາສຕິກຂະໜາດ  50x75 ຊມ, ໂດຍຈະໃຊ້ຊ້ອນກັນ 2 ຖົງແລ້ວເຕີມນ້ຳໃສ່ປະມານ 2/5 ຂອງປະລິມານຖົງ, ສາມາດບັນຈຸລູກປາໄດ້ 500-1.000 ໂຕ ເມື່ອບັນຈຸລູກປາແລ້ວຈຶ່ງອັດອັອກຊີເຈັນເຂົ້າໄປໃຫ້ເຕັມຖົງ ແລະ ມັດປາກໃຫ້ແໜ້ນໂດຍວິທີພັບຄໍຖົງພຼາສຕິກລົງ.
  • ການຂົນສົ່ງ ຕ້ອງນຳລູກປາໄປຮອດສະຖານທີ່ລ້ຽງພາຍໃນ 8 ຊົ່ວໂມງ, ປົກກະຕິຕ້ອງບັນຈຸລູກປາໃຫ້ແລ້ວກ່ອນເຊົ້າມືດ ແລະ ອອກເດີນທາງຕັ້ງແຕ່ເຊົ້າມືດ (5:00-6:00) ເພື່ອໃຫ້ຮອດຈຸດໝາຍກ່ອນທ່ຽງ
  •  
ການປະກອບສ່ວນ