ຮໍໂມນ ແລະ ວິທີການສັກຮໍໂມນ

1. ຊະນິດຂອງຮໍໂມນ: ມີຫຼາຍຊະນິດ ແຕ່ນິຍົມໃຊ້ພຽງ 2 ຊະນິດ

     ຕ່ອມໃຕ້ສະໝອງຂອງປາ: ຕ່ອມໃຕ້ສະໝອງທີ່ພ້ອມຈະປະສົມພັນ, ດີທີ່ສຸດແມ່ນຕ່ອມໃຕ້ສະໝອງຂອງປາເກັດແລບ, ປາຫົວໃຫຍ່, ປາກິນຫຍ້າ ແລະ ປາໄນ, ຍ້ອນປາພວກນີ້ມີຂະໜາດໃຫຍ່ ແລະ ງ່າຍໃນການນຳເອົາຕ່ອມໃຕ້ສະໝອງ

  • ວິທີການເອົາຕ່ອມໃຕ້ສະໝອງ: ເອົາຈາກປາທີ່ພ້ອມປະສົມພັນໄດ້ ຫຼື ປາທີ່ຂາຍຕາມທ້ອງຕະຫຼາດທີ່ຍັງບໍ່ທັນຕາຍ, ໂດຍຜ່າຫົວປາຫຼັງຈາກນັ້ນ ຄ່ອຍເອົາສະໝອງອອກຈາກກະໂຫລກຫົວ, ຈະເຫັນຕ່ອມສີຂາວຢູ່ໃຕ້ສະໝອງນັ້ນແມ່ນຕ່ອມໃຕ້ສະໝອງທີ່ຕ້ອງການ. ປາທີຜ່າຕັດນ້ຳໜັກ 1 ກິໂລຈະໄດ້ຕອມໃຕ້ສະໝອງປະມານ 2-3 ກິໂລຕ່ອມໃຕ້ສະໝອງ
ຊະນິດປາ ຈ/ນສັກ ປະລິມານຕອມໃຕ້
ສະໝອງ ຕໍ່ 1ກລ
ປາແມ່
ເວລາສີດກອນ
ວາງໄຂ່
ປາຈີນ 2 ເທື່່ອ 0.3 ມມກຼ 1.7-2.7 ມລກຼ 24 ຊົ່ວໂມງກອນ 12 ຊົ່ວໂມງກອນ
ປາໄນ 1ເທື່ອ 2-3 ມລກຼ 10 - 16 ຊົ່ວໂມງ
ປາປາກ 1ເທື່ອ 2-3 ມລກຼ 10 - 16 ຊົ່ວໂມງ
ປາດຸກ 1ເທື່ອ 2-3 ມລກຼ 10 - 16 ຊົ່ວໂມງ

ປະສົມກັບນ້ຳ 1 ຊີຊີຕໍ່ປາທີ່ຈະສັກ 1 ກິໂລກຼາມ

  • ຮໍໂມທີ່ສັງເຄາະ(suprefact): ໄດ້ຈາກນ້ຳປັດສະວະຂອງແມ່ມານ 2-4 ເດືອນ ເຊິ່ງເປັນແມ່ມານຫົວສາວ Human chorinic gonadotropin (HCG), ມີສ່ວນປະກອບຫຼັກ LH (Luteinizing hormone), ຊ່ວຍໃນການກະຕຸ້ນໃຫ້ຖົງນ້ຳເຊື້ອປາໂຕຜູ້ຂະຫຍາຍໂຕ ຈະຊ່ວຍໃຫ້ຮວຍໄຂ່ມີການສຸກໄດ້ເຕັມທີ່ ແລະ ກະຕຸ້ນໃຫ້ປາປ່ອຍຮໍໂມນເພດອອກມາເພື່ອປະສົມພັນ
ຊະນິດປາ ຈ/ນ ສັກ ປະລິມາຕອມໃຕສະໝອງ
ຕໍ່ 1 ກລ ປາແມ່
ເວລາສີດກ່ອນວາງໄຂ່
ປາຈີນ 2 ເທື່ອ 1- 2 μg
10 - 15 μg
24 ຊ່ວໂມງກ່ອນ 12
ຊົ່ວໂມງກ່ອນ
ປາໄນ 1ເທື່ອ 8 - 12 μg 10 -16 ຊົ່ວໂມງ
ປາປາກ 1ເທື່ອ 8 - 12 μg 10 -12 ຊົ່ວໂມງ
ປາດຸກ 1ເທື່ອ 10 - 12 μg 10 -12 ຊົ່ວໂມງ

 ປະສົມກັບນ້ຳກັ່ນ 1 ຊຊ ຕໍ່ປາທີ່ຈະສັກ 1 ກລ + ຢາຫາມຮາກໂມຕີລຽມ ( Motiluim ) 0.5 - 1 ເມັດ ( 5 ມລກຼ - 10 ມລກຼ ) / 1ກລ ຂອງປາທີ່ຈະສັກ

2. ວິທີການສັກຮໍໂມນ: ການສັກຮໍໂມນເພື່ອກະຕຸ້ນໃຫ້ປາປະສົມພັນ ໂດຍທົ່ວໄປແລ້ວມີຈຸດທີ່ສີດເຂົ້າໄປຢູ່ 5 ຈຸດ 

ເຕັກນິກການສັກຮໍໂມນ

ການຊັ່ງນ້ຳໜັກ

ການສັກຮໍໂມນ

ການປະກອບສ່ວນ