ການອານຸບານລູກປາ

  • ຫຼັງຈາກລູກແຕກອອກມາແລ້ວຄວນຍ້າຍລົງອ່າງອານຸບານທີ່ກຳຈັດດສັດຕູຂອງລູກປາແລ້ວ
  • ໃນໄລຍະ 3 ມືຫຼັງຟັກອອກມາບໍ່ຈຳເປັນຕ້ອງໃຫ້ອາຫານເສີມເພາະລູກປາຈະມີຖົງອາຫານຕິດຢູ່
  • ໄລຍະ 4-6 ວັນ ໂດຍໃຫ້ອາຫານເສີມດ້ວຍໄຂ່ແດງທີ່ຕົ້ມສຸກ (ໄຂ່ເປັດ ຫຼື ໄຂ່ໄກ່), ໂດຍນຳມາບົດໃຫ້ລະອຽດປະສົມກັບນ້ຳ ແລ້ວຫວ່ານຮອບໆກະຊັງທັງໝົດ 2 ຄັ້ງ (ເຊົ້າ-ແລງ) ຕໍ່ມື້ໃນປະລິມານ 30 ໜ່ວຍຕໍ່ຄັ້ງ (1 ມື້ 60 ໝ່ວຍ). ການລ້ຽງແບບນີ້ໃຊ້ເວລາຢູ່ 3 ມື້
  • ໄລຍິ 7-14 ວັນ ປາຈະລອຍນ້ຳລອດກະຊັງຫາກິນອາຫານແຖວຮອບໆກະຊັງ, ໄລຍະນີ້ນອກຈາກເປັນອາຫານຈາກທຳມະຊາດ ຄື: ແພຼງຕອນຊະນິດຕ່າງໆ ທີ່ເກີດຈາກການເຮັດນ້ຳຂຽວແລ້ວ ຄວນໃຫ້ອາຫານເສີມຕໍ່ອີກປະມານ 7 ວັນ, ໃນກໍລິນີລູກປາ 2 ແສນໂຕ ເຮົາເສີມດ້ວຍຮຳອ່ອນກັບຫົວອາຫານ ຫຼື ປາປົ່ນໃນອັດຕາສ່ວນ 1:1 ໂດຍນຳມາປະສົມໃຫ້ເຂົ້າກັນແລ້ວນຳໄປຫວ່ານຕາມຂອບກະຊັງ ແລະ ຂອບໜອງ ເປັນເວລາ 7 ວັນ.
  • ແລ້ວປ່ອຍລູກປາອອກຈາກກະຊັງໂດຍຫຼຸດລະດັບຂອບກະຊັງລົງຈົມນ້ຳ ປ່ອຍໃຫ້ລູກປາລອຍອອກໄປຈົນໝົດແລ້ວຈຶງເກັບກະຊັງ
  • ລູກປາຈະອອກຫາກິນທົ່ວໜອງ ແລະ ຈຳເປັນຕ້ອງໃຫ້ອາຫານເສີມຕໍ່ໄປ ໂດຍໃຫ້ຫົວອາຫານເມັດປະສົມກັບຮຳອ່ອນວັນລະ 1 ຕໍ່ 4 ປີບ ແລະ ໃຫ້ອາຫານໃນເວລາຕອນແລງ
  • ອາຍຸ ລັກສະນະ, ປະລິມານອາຫານເສີມ ແລະ ຈຳນວນ 2 ແສນໂຕ/ໜອງ
    ຟັກອອກຈາກໄຂ່-ໄລຍະ 3 ວັນ ບໍ່ຕ້ອງໃຫ້ອາຫານເສີມເພາະປາມີຖົງອາຫານຕິດຕົວຢູ່
    ອາຍຸ 4-6 ວັນ ໄຂ່ແດງ (ເຊົ້າ-ແລງ) ຄັ້ງລະ 30 ໜ່ວຍ (60 ຕໍ່ໜ່ວຍ)
    ອາຍຸ 7-14 ວັນ ໃຫ້ຫົວອາຫານ ຫຼື ປາປົ່ນ ປະສົມກັບນ້ຳລະອຽດໃນອັດຕາ 1:1 ວັນລະຄັ້ງ (ຕອນແລງ)/ 4 ກິໂລ
    ອາຍຸ 15-30 ວັນ ໃຫ້ຫົວອາຫານ ຫຼື ປາປົ່ນ ປະສົມກັບນ້ຳລະອຽດວັນລະ 1 ຄັ້ງ (ແລງ) ໃນອັດຕາ  1:1 ຫຼື 1: 2 ປິບຕາມລຳດັບ
ການປະກອບສ່ວນ