1. ລັກສະນະຂອງເພດ: 

  • ເພດແມ່: ມີລຳໂຕປ້ອມສັ້ນ, ຊ່ວງທ້ອງດ້ານລຸ່ມອວບໃຫຍ່, ລະດູການວາງໄຂ່ເພດແມ່ທ້ອງຈະເບັງອອກທັງສອງຂ້າງ, ທ້ອງອ່ອນນຸ້ມ ເມື່ອໃຊ້ມືບີບທ້ອງເບົາໆໄຂ່ຈະໄຫຼອອກທາງອະໄວຍະວະເພດ ແລະ ເມື່ອໃຊ້ມືສຳພັດບໍລິເວນແກ້ມ ຫຼື ເກັດຈະສາກຊາ
  • ເພດຜູ້: ລຳໂຕຈະຮຽຍາວ, ທ້ອງບໍ່ເບັງ, ທ້ອງແຂງ ຖ້າໃຊ້ມືບີບທ້ອງເບົາໆໄລໄປທາງຮູທະວານຈະມີນ້ຳສີຂາວຄ້າຍນ້ຳນົມໄຫຼອອກມາຈາກອະໄວຍະວະເພດ, ອີກວິທີໜຶ່ງເຮົາໃຊ້ມືລູບບໍລິເວນແກ້ມ ຫຼື ເກັດຕາຕົນໂຕຂອງເພດຜູ້ທີ່ພ້ອມປະສົມພັດຈະສາກຊາ

2. ລະດູການວາງໄຂ່: 

  • ປາໄນເປັນປາທີ່ສາມາດປະສົມພັນໄດ້ທຸກລະດູ, ແມ່ພັນປາໄນທີ່ມີຄວາມສົມບູນໄດ້ຮັບການເບິ່ງແຍງຖືກວິທີ ໃນຮອບປີໜຶ່ງສາມາດວາງໄຂ່ໄດ້ 4 ຄັ້ງຕໍ່ປີ
  • ເດືອນ ການວາງໄຂ່ ການອານຸບານລູກປາ
    ກຸມພາ ວາງໄຂ່ຄັ້ງທີ່ 1 ປະສົມພັນໄຂ່ ແລະ ອານຸບານລູກປາໃນກະຊັງ
    ມີນາ ບຳລຸງພໍ່-ແມ່ພັນ  
    ເມສາ ວາງໄຂ່ຄັ້ງທີ່ 2 ປະສົມພັນໃນກະຊັງ, ວາງໄຂ່ ແລະ ອານຸບານລູກປາໃນບໍຊີເມັນ
    ພຶດສະພາ ບຳລຸງພໍ່-ແມ່ພັນ  
    ມິຖຸນາ ວາງໄຂ່ຄັ້ງທີ່ 3 ປະສົມພັນໃນກະຊັງ, ວາງໄຂ່ ແລະ ອານຸບານລູກປາໃນບໍຊີເມັນ
    ກໍລະກົດ ບຳລຸງພໍ່-ແມ່ພັນ  
    ສິງຫາ ວາງໄຂ່ຄັ້ງທີ່ 4 ປະສົມພັນໃນກະຊັງ, ວາງໄຂ່ ແລະ ອານຸບານລູກປາໃນບໍຊີເມັນ
  •  ຊ່ວງເດືອນກັນຍາ ຫາ ເດືອນມັງກອນ ຂອງແຕ່ລະປີເປັນຊ່ວງຂະດູໜາວ ອາຫານຕາມທຳມະຊາດມີໜ້ອຍປາແຕ່ລະຊະນິດຢູ່ໃນໄລຍະໃນການພັກໂຕ, ບໍ່ປະສົມພັນ ແລະ ບໍ່ວາງໄຂ່ ຈຶ່ງເປັນຊ່ວງເວລາໃນການບຳລຸງພໍ່ແມ່ພັນໃຫ້ມີຄວາມສົມບູນ, ກຽມບ່ອນລ້ຽງເພື່ອກຽມການປະສົມພັນໃນຄັ້ງຕໍ່ໄປ.
ການປະກອບສ່ວນ