ອຸປະກອນທີ່ສຳຄັນໃນການເພາະພັນປາໄນປະກອບມີກະຊັງ ແລະ ບ່ອນວາງໄຂ່:

1. ກະຊັງຕາຖີ່: ໄດ້ຈາກມຸ້ງຕາຖີ່ ສ່ວນຫຼາຍຈະມີສີຂຽວ, ນຳມາຍິບໃຫ້ໄດ້ຂະໜາດ 1.80 x 6.00 x 0.90 ແມັດ ໂດຍໃຊ້ຕາໜ່າງທີ່ມີຂະໜາດ 90 ຊມ ຈຳນວນ 3 ມ້ວນ. ກະຊັງເພື່ອນຳໃຊ້ດັງນີ້:

  • ໃຊ້ເປັນບ່ອນປະສົມພໍ່ພັນແມ່ພັນ (ເທົ່າກັບບໍ່ພໍ່ແມ່ພັນ)
  • ໃຊ້ເປັນທີ່ພັກພໍ່ແມ່ພັນ ໂດຍເຮົາຈະຈັບເອົາພໍ່ແມ່ພັນຈາກບໍ່ໃຫຍ່ມາກຽມໄວ້ໃນກະຊັງເພື່ອບໍ່ໃຫ້ພໍ່ແມ່ພັນພົກຊ້ຳ
  • ໃຊ້ເປັນທີ່ພັກລູກປາ ຫຼື ປາໃຫຍ່ກ່ອນຈະຈັບໄປຈຳໜ່າຍ. ໃນກໍລະນີຕ້ອງການປາຈຳນວນ 2 ແສນໂຕໃນບໍ່ເນື້ອທີ່ຂະໜາດ 1 ໄລ່, ຕ້ອງໃຊ້ກະຊັງຈຳນວນ 4 ກະຊັງ ແລະ ປ່ອຍແມ່ພັນປາຈຳນວນ 10 ຕົວ/ພໍ່ພັນຈຳນວນ 20 ຕົວໃນກະຊັງ.

2. ບ່ອນວາງໄຂ່: ເນື່ອງຈາກໄຂ່ປາໄນເປັນໄຂ່ທີ່ຈັບເກາະ ຈຶ່ງຕ້ອງຫາ ຫຼື ເຮັດທີ່ວາງໄຂ່, ໃນເມື່ອກ່ອນນິຍົມໃຊ້ຮາກຜັກຕົບ, ເທົາທີອາໄສຢູ່ຕາມໜອງບຶງທົ່ວໄປ ໂດຍຕັດຮາກມາມັດຍ່ອນລົງ, ແຕ່ປັດຈຸບັນຈະນິຍົມໃຊ້ເຊືອກຟາງຍາວປະມານ 50 ຊມ ແລ້ວຊີກໃຫ້ເປັນຝອຍ ແລະ ມັດປາຍຮ່ວມກັນ, ມັດຮ່ວມກັນ ແລະ ຢ່ອນລົງ.

ການປະກອບສ່ວນ