ການກຽມໜອງສະ

ຊາວປະມົງທີ່ລ້ຽງປາສ່ວນຫຼາຍຈະຂຸດໜອງປາຂະໜາດ 1 ໄລ່ເພື່ອໃຊ້ໃນການລ້ຽງປາຊະນິດຕ່າງໆຕັ້ງແຕ່ປານ້ອຍຈົນປາເຫຼົ່ານັ້ນມີຂະໜາດໃຫຍ່ພໍຈັບຂາຍໄດ້ເຊິ່ງຕ້ອງໃຊ້ເວລາ 6 ເດືອນ ຫຼື 1 ປີ, ການກຽມໜອງສາມາດລ້ຽງປາໄດ້ເລີຍແຕ່ຕ້ອງເພີ່ມອຸປະກອນຕ່າງໆໃນການເພາະພັນ ຫຼື ອານຸບານລູກປາ ຄື: ກະຊັງຕາຖີ່ຂະໜາດ 1.80 x 6.00x0.90 ແມັດ ກວ້າງ, ຍາວ ແລະ ສູງຕາມລຳດັບ, ສຳລັບກະຊັງທີ່ສຳລັບກຽມພໍ່ແມ່ພັນ ແລະ ໃຊ້ໃນການອານຸບານປາ.

1. ຂະບວນການກຽມບໍ່: ເປັນຂະບວນການປັບປຸງໜອງເພື່ອຫຼຸດຄວາມເປັນກອາຊິດຂອງດິນເພື່ອໃຫ້ສະພາບນ້ຳມີຄວາມເໝາະສົມ ແລະ ເປັນການເພີ່ມປະລິມານອາຫານທຳມະຊາດ ເຊິ່ງມີວິທີການດັງນີ້: 

ການຫຼຸດຄວາມເປັນກົດຂອງດິນ:

  • ເມື່ອຂຸດບໍ່ໃໝ່ຕ້ອງໂຮຍປຸ່ຍຂາວໃຫ້ທົ່ວໜອງໃນປະລິມານ 1 ກິໂລ/10 ແມັດກ້ອນ, ໜອງທີ່ມີຂະໜາດ 1 ໄລ່ໃຊ້ປູນຂາວປະລິມານ 160 ກິໂລກຼາມ.
  • ຕາກແດດປະໄວ້ໃຫ້ແຫ້ງຈົນດິນແຕກ ຫຼື ໃຊ້ເວລາ 15-30 ວັນ.
  • ຖ້າເປັນໜອງເກົ່າຫຼັງຈາກປ່ອຍນ້ຳອອກໜົດແລ້ວຕ້ອງກຳຈັດພືດອອກໃຫ້ໝົດ ເຊັ່ນ: ຫຍ້າຄາ, ຜັກບົ້ງ, ຜັກຕົບ ແລະ ອື່ນໆ, ຖ້າໜອງກຳຈັດພືດດັງກ່າວຈະຂະຫຍາຍໂຕຂຶ້ນມາປົກຄຸມຜິວນ້ຳ ຈະສົ່ງຜົນຕໍ່ການໝູນວຽນອອກຊີເຈນ ແລະ ເປັນແຫຼ່ງອາໄສຂອງສັດຕູລູກປາ
  • ຈາກນັ້ນໂຮຍປູນຂາວໃນປະລິມານ 1 ກິໂລ/10 ແມັດກ້ອນ. ປູນຂາວນອກຈາກຈະຊ່ວຍຫຼຸດຄວາມເປັນອາຊິດຂອງດິນແລ້ວຍັງຊ່ວຍ ກຳຈັດສັດຕູຂອງລູກປາທີກຳຈັດບໍ່ໝົດ.
  • ແລ້ວຕາກແດດປະໄວ້ໃຫ້ແຫ້ງຈົນດິນແຕກ.

ການເພີ່ມອາຫານປະລິມານອາຫານທຳມະຊາດໃນບໍ (ການເຮັດໃຫ້ນ້ຳຂຽວ) : ເປັນຂັ້ນຕອນຕໍ່ຈາການຕາກບໍ່ໃຫ້ແຫ້ງ ແລະ ສາມາດເຮັດໄດ້ງ່າຍຄື

  •  ໃຊ້ຂີ້ສັດ ຫຼື ສິ່ງເສດເຫຼືອກຈາກສັດ ເຊັ່ນ: ຂີ້ໝູ,  ໄກ່, ງົວ, ຄວາຍ ຫຼື ຂີ້ເຈຍທີ່ຕາກແຫ້ງແລ້ວ (ຈຳນວນ 50-100 ກຼາມ/ໄລ່), ນຳມາກອງໄວ້ເປັນກອງໆບໍລິເວນໃນໜອງ ຫຼື ວ່ານໃຫ້ທົ່ວໜອງ
  • ຈາກນັ້ນຈຶ່ງປ່ອຍນ້ຳເຂົ້າ ໂດຍການປ່ອຍນ້ຳເຂົ້າໜອງຕ້ອງໃຊ້ມຸ້ງຄຸມປາກທໍ່ນ້ຳເຂົ້າໄວ້ ເພື່ອຕ້ອງການສັດຕູຂອງລູກປາທີ່ຈະເຂົ້າມາຕາມກະແສນ້ຳ
  • ຄວນສ້າງເປັນຂົວເຂົ້າໄປກາງໜອງເພື່ອເປັນບ່ອນໃຫ້ອາຫານປາ
ການປະກອບສ່ວນ