ການລ້ຽງປາໄນຕາມທຳມະຊາດຕ້ອງຄຳນຶງເຖິງຜົນກະທົບທີ່ຈະເກີດຂຶ້ນໃນແຕ່ລະດູ

  • ເດືອນກຸມພາ: ເປັນຊ່ວງປາຍລະດູໜາວ ອາກາດເລີ່ມອົບອຸ່ນບໍ່ຮ້ອນຈົນເກີນໄປ ຈຶ່ງເໝາະແກ່ການປະສົມພໍ່-ແມ່ພັນໃນກະຊັງ ແລະ ອານຸບານລູກປາໃຫ້ແຂງແຮງ ແລະ ປ່ອຍລ້ຽງໃນໜອງ.
  • ເດືອນເມສາ: ເປັນຊ່ວງລະດູຮ້ອນ ອຸນຫະພູມໃນນ້ຳສູງ ແຕ່ບໍ່ມີຜົນກະທົບຕໍ່ພໍ່-ແມ່ພັນ, ແຕ່ຄວາມມຮ້ອນຂອງນ້ຳຈະເຮັດໃຫ້ໄຂ່ປາສຸກ, ບໍ່ຟັກເປັນຕົວ ພາໃຫ້ເກີດຄວາມເສຍຫາຍ, ດັງນັ້ນ ຫຼັງຈາກປາໄນວາງໄຂ່ແລ້ວຕ້ອງນຳໄຂ່ມາຟັກ ແລະ ອານຸບານລູກປາໃນໄລຍະທຳອິດໃນອ່າງຊີເມັນຢູ່ຮົ່ມ.
  • ເດືອນມິຖຸນາ ແລະ ເດືອນສິງຫາ: ເປັນລະດູຝົນ  ນ້ຳຝົນທີ່ຕົກໃສ່ນ້ຳໃນກະຊັງຈະປະຕິກິລິຍາກັບໄຂ່ປາເຮັດໃຫ້ເກີດຄວາມສູນເສຍໄດ້ ຈຶ່ງຕ້ອງນ້ຳໄຂ່ທີ່ປະສົມພັນແລ້ວມາຟັກ ແລະ ອານຸບານລູກປາໃນອ່າງຊີເມັນ ຄືກັບການເພາະພັນໃນຊ່ວງເດືອນເມສາ. 
ການປະກອບສ່ວນ