ປະໂຫຍດຂອງຊີ້ນປາ

  • ເຮົາຈະໄດ້ໂປຣຕີນ ເພາະໂປຣຕີນໃນປາຍ່ອຍງ່າຍມີປະໂຫຍດໃນການບຳລຸງສະໝອງ ແລະ ພັດທະນາສະໝອງໃນເດັກນ້ອຍ, ຊ່ວຍໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ດີ
  • ມີອາຊິດອາມີໂນ, ໂອເມກ້າ 3 ທີ່ຈຳເປັນຕໍ່ຮ່າງກາຍຫຼາຍຊະນິດ ຊ່ວຍໃນການຈະເລີນເຕີບໂຕ, ຊ້ອມແຊມສ່ວນຕ່າງໆທີ່ຂາດຫາຍ ແລະ ຊ່ວຍສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ, ຊ່ວຍຫຼຸດຄວາມສ່ຽງຂອງພະຍາດຫົວໃຈ ແລະ ຫຼອດເລືອດ
  • ໄດ້ແຮ່ທາດໄອໂອດີນ ທີ່ມີບົດບາດໃນການພັດທະນາສະໝອງ ໂດຍສະເພາະປ້ອງກັນຄວາມສ່ຽງໃນການເກີດພະຍາດຄໍບວມໃນກຸ່ມຜູ້ສູງອາຍຸ.
  • ຊີ້ນປາເປັນຊີ້ນທີ່ມີໄຂມັນຕ່ຳກວ່າຊີ້ນສັດຊະນິດອື່ນ ຊ່ວຍໃນການຄວບຄຸມນ້ຳໜັກ ເພາະກິນແລ້ວບໍ່ຕຸ້ຍ
  • ນ້ຳມັນຕັບປາ ນິຍົມນຳມາໃຫ້ເດັກນ້ອຍຮັບປະທານເພື່ອເປັນຢາບຳລຸງ ມີຈຸດປະສົງເພື່ອເສີມວິຕາມິນ ເຊິ່ງຈະລະລາຍໃນໄຂມັນ A, D, E ແລະ K.
  • ນ້ຳມັນປາ ຊ່ວຍໃນການປ້ອງກັນພະຍາດຫຼອດເລືອດຫົວໃຈຕີບ ຊ່ວຍຫຼຸດກົດໃນເກັດເລືອດ ແລະ ຫຼຸດໄຕຼກີຼເຊີລີນໄດ້ດີ, ແຕ່ການບໍລິໂພກແຕ່ນ້ຳມັນປາໃນຮູບແບບເມັດບໍ່ສາມາດປ້ອງກັນພະຍາດຫົວໃຈ ແລະ ບໍ່ສາມາດຊ່ວຍໃຫ້ຜູ້ປ່ວຍທີ່ມີພະຍາດຫົວໃຈຫາຍຂາດໄດ້
  • ມີ DHA ບຳລຸງສະໝອງ ແລະ ລະບົບປະສາດໃນສ່ວນຄວາມຈຳ ແລະ ການຮຽນຮູ້
  • ງານວິໄຈຕ່າງໆ ພົບວ່າຊີ້ນປາສາມາດຊ່ວຍຫຼຸດອາການຊຶມເຊົ້າ, ຫຼຸດຄວາມສ່ຽງໃນການເປັນພະຍາດເອົາໄຊມ໌ເມີ, ພະຍາດພູມາຕອຍ, ພ້ອມທັງຊ່ວຍບຳລຸງສາຍຕາ ແລະ ການເບິ່ງເຫັນ
  • ອຸດົມໄປດ້ວຍວິຕາມິນດີ, ແຄລຊຽມ ແລະ ຟອສຟໍຣັດ ຊ່ວຍເຮັດໃຫ້ກະດູກ ແລະ ແຂ້ວແຂງແຮງ, ປ້ອງກັນພະຍາດກະດຸກຜ່ອຍ ແລະ ຊ່ວຍໃຫ້ນອນຫຼັບດີ
ການປະກອບສ່ວນ