ມັນດ້າງ / Sweet Potato

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Ipomoea batatas (L.) Lam. / Convolvulaceae
ຊື່ພ້ອງ
Ipomoea batatas var. apiculata (M. Martens & Galeotti) J.A. McDonald & D.F. Austin
Ipomoea batatas var. edulis (Thunb.) Makino
Ipomoea batatas var. leucantha (Jacq.) Nishiyama
Ipomoea batatas var. littoralis (Blume) Nishiyama
Ipomoea batatas var. lobata Gagnep. & Courchet
Ipomoea batatas var. porphyrorhiza Griseb.
Ipomoea batatas f. trifida Moldenke
ຊື່ອື່ນ
ລາວ: ມັນດ້າງ.
ໄທ: ມັນເທດ, ມັນແກວ, ຍອດມັນແກວ, ມັນຫຼາ, ຍອດມັນຫຼອງ, ໝັກອ້ອຍ,ແຕລໍ.
ຈີນ: ຮວງກົ້ວ.
ບັນຍາຍລັກສະນະພືດສາດ

ເປັນລົ້ມລຸກທີ່ມີອາຍຸຫຼາຍປີ, ໂດຍຫົວຂອງມັນດ້າງຈະເກີດຈາກການຂະຫຍາຍຕົວຂອງຮາກ ຊື່ງເນື້ອໃນຮາກ. ຫົວຮູບຊົງກະບອກ, ຫົວຮຽວ, ທ້າຍຮຽວ, ສ່ວນທາງກາງປຸ່ງອອກ, ສີຜີວຂອງຫົວ ແລະ ສີຂອງເນື້ອໃນຫົວຈະແຕກຕ່າງກັນໄປຕາມສາຍພັນໂດຍອາດຈະເປັນສີແດງ, ສີເຫຼືອງ, ສີຂາວ ຫຼື ສີນວນ ແລະ ມັກຈະມີຮາກຂະແໜງເກີດໃນຮ່ອງຂອງຫົວ. ຜີວຂອງຫົວອາດຈະລຽບ. ໃບດ່ຽວອອກລຽງສະຫຼັບເທີງຂໍ້ຂອງລຳຕົ້ນ ລັກສະນະຂອງໃບເປັນຮູບໄຂ່ກວ້າງ, ໃບມີຂະໜາດກວ້າງປະມານ 3–11 ຊັງຕີແມັດ ແລະ ຍາວປະມານ 3–15 ຊັງຕີແມັດ, ຜີວໃບລຽບ ຫຼື ອາດມີຂົນຂະໜາດນ້ອຍ.  ດອກສີຂາວ, ກີບດອກເປັນສີບົວປົນສີມ່ວງ, ມີກີບດອກ 5 ກີບ, ໂຄນກີບດອກເຊື່ອມຕິດກັນເປັນຮູບກວາຍຍາວປະມານ 3–4.5 ຊັງຕີແມັດ. ໝາກແຫ້ງ ແລະ ແຕກໄດ້ແບບບໍ່ເປັນລະບຽບ, ໝາກມີເປືອກຫຸ້ມແຂງລັກສະນະຂອງໝາກເປັນແບບແຄັບຊູນມີຊ່ອງ 4 ຊ່ອງ ຫຼື ໜ້ອຍກວ່ານັ້ນ.

ບັນຍາຍການນຳໃຊ້

ຫົວມັນດ້າງເປັນແຫຼ່ງຄາໂບໄຮເດຣດຊັ້ນດີທີ່ໃຫ້ພະລັງງານບໍ່ມີພິດໃນຮ່າງກາຍແບບອາຫານທີ່ແປຮູບຈາກແປ້ງ ແລະ ນ້ຳຕານແບບອື່ນໆຈິ່ງສາມາດນຳມາໃຊ້ຮັບປະທານແທນເຂົ້າໄດ້. ໂດຍຄຸນຄ່າທາງໂພສະນາການຂອງຫົວມັນດ້າງຕໍ່ 100 ກຼາມປະກອບໄປດ້ວຍພະລັງງານ 100 ແຄລໍລີ, ແປ້ງ 25 ກຼາມ, ໂປຣຕີນ 1.7 ກຼາມ, ໄຂມັນ 0.3 ກຼາມ, ນ້ຳ 70 ກຼາມ, ແຄໂຣທີນ (ສະເພາະຫົວເນື້ອສີເຫຼືອງ) 2.000–5.000 ໜ່ວຍ, ວິຕາມີນບີ 10.1 ມິນ/ກຼາມ, ວິຕາມີນບີສອງ 0.05 ມີນລີກຼາມ, ວິຕາມີນບີສາມ 0.7 ມີນລີກຼາມ, ວິຕາມີນຊີ 25 ມີນລີກຼາມ ເປັນຕົ້ນ. ນອກນັ້ນໃບຍັງໃຊ້ຮັກສາຝີໄດ້ດ້ວຍການນຳໃບມາຕຳປະສົມກັບເກືອໃຊ້ໂພະຝີ, ນ້ຳຄັ້ນຈາກຫົວໃຊ້ເປັນຢາທາແກ້ແຜໄຟໄໝ້, ເຄືອມັນດ້າງໃຊ້ຕົ້ມກັບນ້ຳດື່ມເປັນຢາແກ້ໄຂຂໍ້ອັກເສບ ແລະ ຍອດອ່ອນນຳມາແກງໃຫ້ສະຕີຫຼັງເກີດລູກຮັບປະທານຈະຊ່ວຍເຮັດໃຫ້ມີນ້ຳນົມ.

ຄຸນຄ່່າດ້ານໂພຊະນາການຕໍ່ 100 ກຼາມ

  • kcal 106
  • Water 71.9 (g)
  • Protein 0.6 (g)
  • Fat 0.5 (g)
  • Carb 23.5 (g)
  • Fiber 2.4 (g)
  • ASH 1.1 (g)
  • Ca 66 (mg)
  • P 31 (mg)
  • Na 3 (mg)
  • K 5 (mg)
  • Fe 0.7 (mg)
  • Cu 0.10 (mg)
  • Zn 0.2 (mg)
  • Retinol (mcg) 0
  • Carotene 13 (mcg)
  • Vitamin B1 0.16 (mg)
  • Vitamin B2 0.07 (mg)
  • Vitamin B3 0.60 (mg)
  • Vitamin C 36 (mg)
  • micronutSc 0.93
ການປະກອບສ່ວນ