ການຂະຫຍາຍຕົວຂອງຕົ້ນໝາກແໜ່ງໃນເຂດພື້ນທີ່ດິນຄ້ອຍຊັນ ແມ່ນມັນຈະຂະຫຍາຍ ຫຼື ເກີດຕົ້ນໃໝ່ແຕ່ເທິງລົງລຸ່ມ ເປັນສ່ວນຫຼາຍ, ການບົວລະບັດຮັກສາສວນໝາກແໜ່ງກວາງຕຸງ ໃນປີທຳອິດແມ່ນອະນາໄມ 3 ຄັ້ງ/ປີ (ຕົ້ນລະດູຝົນ, ກາງ ແລະ ທ້າຍ) ໂດຍການກຳຈັດວັດຊະພືດ ແລະ ຈຳພວກເດືອອອກ. ໃນປີທີສອງ 2 ຄັ້ງຕໍ່ປີ (ຕົ້ນລະດູປີ ແລະ ທ້າຍລະດູ) ອະນາໄມພວກເຄືອ, ວັດຊະພືດ, ປີທີ ສາມ ອະນາໄມ 1 ຄັ້ງຕໍ່ປີ (ໃນເດືອນ 11-12) ປີທີ່ສີ່ ອານາໄມ 1 ຄັ້ງຕໍ່ປີ, ໂດຍການກຳຈັດເຄືອ ແລະ ຕັດສາງລຳແກ່ອອກ, ການຕັດສາງໝາກແໜ່ງມີຝົນຕໍ່ຈຳນວນການຈະເກີດໜໍ່ໝາກແໜ່ງຈຳນວນຫຼາຍ ໂດຍການຕັດສາງລຳແກ່ 1 ຄັ້ງຕໍ່ປີ ຕັດຊັກລົງດິນບໍ່ດືງລົງຈຳດິນ ແຕ່ຖ້າດືງລົງເນັ້ນລົງດິນ ສົ່ງຜົນໃຫ້ຜົນຜະລິດໝາກແໜ່ງຫຼຸດລົງ ແຕ່ຈະໃຫ້ຜົນຜະລິດເພີ່ມຂື້ນໃນປີຕໍ່ໄປ. ຂໍ້ຄວນລະວັງ ບໍ່ໃຫ້ອະນາໄມສວນໝາກແໜ່ງໃນຊ່ວງໝາກແໜ່ງເປັນດອກ ແລະ ໝາກ ທັງນີ້ ກໍ່ເພື່ອຫຼິກລ້ຽງຜົນເສຍຫາຍທີ່ຈະເກີດຂື້ນ(ເພາະຈະກະທົບຕໍ່ດອກ ແລະ ໝາກ). ຮອບວຽນການສຶບພັນຂອງຕົ້ນໝາກແໜ່ງກວາງຕຸງ ໜໍ່ເກີດໜ້ອຍເມື່ອມີຕົ້ນໝາກແໜ່ງອາຍຸ 3-4 ປີ, ແຕ່ມີຕົ້ນໃໝ່ເກີດຫຼາຍ, ເມື່ອຕົ້ນໝາກແໜ່ງລຸ້ນດັ່ງກ່າວແກ່ຕາຍໄປ. ສະນັ້ນ ສາມາດເວົ້າໄດ້ວ່າປີໃດຕົ້ນໜາກແໜ່ງໃຫ້ຜົນຜະລິດບໍ່ຄົງທີ (ເໜັງຕີງຂຶ້ນລົງໃນປີຕໍ່ປີ). ສະນັ້ນການບົວລະບັດຮັກສາສວນປູກໜາກແໜ່ງໃຫ້ຖືກຕ້ອງຕາມເຕັກການນິກຢ່າງເໝາະສົມ (ກໍ່ຄືຮັບປະກັນໃຫ້ແສງແດງສ່ອງຜ່ານ, ຄວາມໜາແໜ້ນລະຫວ່າງຕົ້ນຕໍ່ຕົ້ນ) ແມ່ນປັດໄຈທີ່ສຳຄັນທີ່ມີອິດພົນຕໍ່ສວນປູກໝາກແໜ່ງໃຫ້ມີຜົນຜະລິດສູງ.

ການປະກອບສ່ວນ