ໝາກແໜ່ງກວາງຕຸງນິຍົມກັນປູກດວ້ຍເຫງົ້າ ເຊິ່ງໄດ້ຮັບຜົນດີ ແລະ ໄວກວ່າການປູກດວ້ຍແກ່ນ. ເຫງົ້າທີ່ເໝາະສົມ ສໍາລັບການນາໍເອົາໄປປູກໃນພື້ນທີ່ຫ່າງໄກ ຄວນມີອາຍຸ 2 ປີໃນຂະນະທີ່ການປູກໃນພື້ນທີ່ໄກ້ຄ້ຽງ ແມ່ນນາໍໃຊເ້ຫງົ້າອາຍຸ 1 ປີ. ເຫງົ້າໝາກແໜ່ງ ຄວນຈົ່ງຮາກເຫງົ້າເຄົ້າໃຫ້ມີ ຄວາມຍາວບໍ່ ໃຫ້ລຸດ 20 ຊັງຕິແມັດຂຶ້ນໄປ ແລະ ຈົ່ງຮາກແໜ່ງອ່ອນໄວ້ເພື່ອເຮັດໃຫ້ຕົ້ນ ໝາກແໜ່ງຂະຫຍາຍຕົວໄດ້ດີ. ເຫງົ້າໝາກແໜ່ງເມື່ອເວລາຂົນສົ່ງ 11 ໄປຮອດພື້ນທີ່ປູກມັນສາມາດພັກຕົວ ໄດ້ປະມານ 4 ວັນ ແຕ່ຕ້ອງເກັບຮັກສາໄວ້ຮົ່ມ ແລະ ຊຸ່ມຊື່ນ, ແຕ່ວິທີທີ່ດີທີ່ສຸດ ຄວນເອົານຳແນວພັນໜາກແໜ່ງໄປປູກເລີຍ ຫຼື ປະໄວ້ 1-2 ມື້. ຕັດລຳ ແລະ ໃບຕົນໝາກແໜ່ງສ່ວນເທີງອອກ ຈົ່ງລຳຕົ້ນໃຫ້ມີຄວາມຍາວປະມານ 60 ຊັງຕິແມັດ, ເມື່ອຈະນຳເອົາເຫງົ້າໄປປູກໃນຊ່ວງທ້າຍມີນາ ແລະ ພືດສະພາ (ທ້າຍເດືອນມີນາຫາພືດສະພາ), ໃນກໍລະນີ ຖ້າເອົາເຫງົ້າໄປປູກໃນຊ່ວງເດືອນ 6-8 ໃນພື້ນທີ່ໄກ້ຄຽງແມ່ນສາມາດປູກທັງໃບເລີຍກໍ່ໄດ້ ເພາະແມ່ນຊ່ວງລະດູຝົນ. ຖ້າພື້ນທີ່ປູກຢູ່ຫ່າງໄກ, ການນຳເອົາເບ້ຽເຫງົ້າໝາກແໜ່ງ ອາຍຸ 1 ປີ ເປັນແນວພັນແມ່ນບໍ່ເໝາະສົມ ເພາະສົ່ງຜົນເຮັດໃຫ້ເຫງົ້າມັກເນົ່າຕາຍຫຼາຍຫຼັງຈາກປູກ. ຄວາມຈີງແລ້ວ, ເບ້ຍເຫງົ້າ ຈົ່ງຮາກຍາວເທົ່າໃດຍິ່ງດີ ແຕ່ພົບຄວາມຫຍຸ້ງຍາກເວລາຂົນສົ່ງ ແລະ ນຳເອົາເບ້ຍໄປປູກ. ຂໍ້ຄວນເອົາໃຈໃສ່: 1) ເວລາລົກເຫງົ້າຕົ້ນໝາກແໜ່ງຈາກສວນ ຄວນໃຊ້ມີຈັບຄໍຮາກແລ້ວຈິ່ງດຶງຂື້ນ ເພື່ອປ້ອງກັນບໍ່ໃຫ້ຄໍຮາກແຕກຫັກ, ແຕ່ຖ້າຄໍຮາກແຕກຫັກ ບໍ່ຄວນນຳໄປປູກ. 2) ໃນລະຫວ່າງທີ່ນຳເອົາເຫງົ້າໝາກແໜ່ງໄປປູກບໍ່ຄວນປະໄວ້ດົນເກີນກວ່າ 2 ວັນ, ທັ້ງນີ້ ເພື່ອປ້ອງກັນບໍ່ໃຫ້ເບ້ຍທີ່ຈະນຳໄປປູກຕາຍຫຼາຍ, ວີທີທີ່ດີຄວນປະດິນໃຫ້ຕິດກັບເຫງົ້າໝາກແໜ່ງເລັກນ້ອຍ ເພື່ອປ້ອງກັນການຮັກສາຄວາມຊຸ່ມຊື່ນຂອງເບ້ຍ.

ການປະກອບສ່ວນ