ໝາກແໜ່ງກວາງ ໃຫ້ຜົນຜະລິດເມື່ອມີອາຍຸໄດ້ 3 ປີຂຶ້ນໄປ ແຕ່ໄລຍະທຳອິດໃຫ້ຜົນຜະລິດໜ້ອຍ ແລະ ຫຼາຍໃນປີ ຕໍ່ໆໄປ, ໄລຍະເວລາທີ່ເໝາະສົມແກ່ການເກັບໝາກແໜ່ງທີ່ສຸດ ແມ່ນຊ່ວງທີ່ໝາກແໜ່ງສຸກດີເປັນສີແດງ ເຂັ້ມຄືໃນຊ່ວງເດືອນ 7 ຫາ ເດືອນ 11 (ປະຕິທິນສາກົນ) ການເກັບກູ້ ແມ່ນສາມາດເຮັດໄດ້ດ້ວຍການໃຊ້ມືບີດເອົາໝາກແກ່ (ຈົ່ງໝາກອ່ອນໄວ້ ໄວ້ເກັບຊຸດຕໍ່ໄປ) ການປຸງແຕ່ງໝາກແໜ່ງກວາງຕຸງ ສ່ວນໃຫຍ່ແມ່ນນິຍົມກັນອົບແຫ້ງ. ຜົນຜະລິດ  ໝາກແໜ່ງທີ່ໄດ້ ຈາກການເກັບກູ້ໝາກໃນຊ່ວງເວລາທີ່ແຕກຕ່າງກັນແມ່ນມີຄວາມສໍາພັນຕໍ່ກັບ ນໍ້າໜັກພາຍຫຼັງການອົບແຫ້ງຄື : ຜົນຜະລິດທີ່ເກັບກູ້ໃນຊ່ວງເດືອນ 7 ຫາ ເດືອນ 8 ເມື່ອນໍາເອົາໄປອົບແຫ້ງ ມີອັດຕາສ່ວນຫຼດຂອງນໍ້າໜັກ ຢູ່ທີ່ 10 ກິໂລກຼາມ (ໝາກດິບ) ຈະໄດ້ 1 ກິໂລກຼາມໝາກແຫ້ງ ການສິ້ນເປືອງເວລາໃນການອົບແຫ້ງ ແມ່ນຂຶ້ນກັບການຄວບຄຸມຄວາມຮ້ອນຂອງໄຟ ເພື່ອໃຫ້  ໝາກແໜ່ງແຫ້ງດີ ຖ້າຄວາມຮ້ອນສະໝໍ່າສະເໝີ ແມ່ນໃຊ້ເວລາອົບ 24 ຊົ່ວໂມງ, ໝາກແໜ່ງທີ່ຜ່ານ ການອົບແລ້ວສາມາດ ເກັບຮັກສາໄວ້ໄດ້ດົນ ໂດຍການເກັບໃສ່ ເປົ່າປານ ແລະ ຖົງຜ້າແສງໄວ້ບ່ອນຮົ່ມດີ. ແຕ່ຖ້າໝາກແໜ່ງທີ່ບໍ່ອົບຫຼັງເກັບກູ້ມາໃຫ້ລ້າງນໍ້າ ແລະ ຕາກແດດໃຫ້ແຫ້ງດີແລ້ວເກັບໄວ້ບ່ອນຮົ່ມລໍຖ້າຂາຍ.

 

ການປະກອບສ່ວນ