ພື້ນທີ່ເໝາະສົມຕໍ່ການປູກໝາກແໜ່ງກວາງຕຸງ ແມ່ນຢູ່ ໃນລະດັບຄວາມສູງຈາກໜາ້ນໍ້າທະເລ ແຕ່ 800 ແມັດ ຫາ 1500 ແມັດ , ຖາ້ປູກໃນລະດບັຕໍ່າກວ່າ 800 ແມັດ ລົງມາ ໝາກແໜ່ງກວາງຕຸງຈະຫຍາຍຕົວໄດ້ດີແຕ່ໃຫ້ຜົນຜະລິດຕໍ່າ (ອອກໝາກໜອ້ຍ). ໝາກແໜ່ງກວາງຕຸງຂະຫຍາຍຕົວໄດ້ດີແຕ່ເຂດດິນຮາບພຽງ ຫາ ພື້ນທີ່ຄ້ອຍ ຊັນສຸງ ແຕ່ລະດັບຄວາມຄອ້ຍຊັນທີ່ ເໝາະສົມ ຄວນຢູ່ ໃນລະຫວ່າງ 15–25 ອົງສາ ເນື່ອງຈາກວ່າ ສາມາດຖ່າຍເທອາກາດໄດ້ດີ ແລະ ແລະ ບໍ່ມີດິນ ຫຼື ເສດໄມ້(ຂີ້ເຫຍື່ອ) ທັບຖົມ ຈາກການເຊາະເຈື່ອນເວລາຝົນຕົກ , ທິດທາງຂອງຄວາມຄອ້ຍຊັນ (ທຶດເໜືອ, ທິດໃຕ້, ທິດຕາເວັນຕົກ, ທິດຕາເວັນອອກ) ບໍ່ສົ່ງຜົນຕໍ່ການອອກໝາກຂອງຕົ້ນ ໝາກແໜ່ງແຕ່ຢ່າງໃດ, ໃນຂະນະທີ່ພື້ນທີ່ຮາບພຽງ ໝາກແໜ່ງກວາງຕຸງຈະໃຫ້ໝາກໜອ້ຍກວ່າພື້ນທີ່ຄ້ອຍຊັນ ເນື່ອງຈາກຮາກແໜງທີ່ ຂະຫຍາຍຕົວພົ້ນ ໜ້າດິນ ແລະ ດອກຂອງມັນຖຶກທັບຖົມ ດວ້ຍດິນ ແລະ ຂີ້ເຫຍື່ອຈາກການເຊາະເຈື່ອນເວລາຝົນຕົກ.
ໝາກແໜ່ງກວາງຕຸງ ເກີດດອກ ແລະ ອອກໝາກຫຼາຍ ເມື່ອປູກໃນດິນໜຽວແກມດິນຕົມ, ຊາຍ ແລະ ມີຫີນ ເລັກນ້ອຍ ດິນມີສີນ້ຳຕານເຂັ້ມເຖິງສີດຳ ລະບາຍນໍ້າໄດ້ດີ, ດິນມີຄວາມຊຸ່ມຊື່ນ (ເຂດອາກາດເຢັນ ) ແລະ ດິນຢູ່ໄກ້ກັບແຄມແຫ່ຼງນໍ້າ. ລະດັບຄວາມສົ້ມ -ເຄັມ (pH) ປານກາງ ຢູ່ ໃນລະຫວ່າງ 5.5 – 6.5, ພື້ນທີ່ ດິນທີ່ມີຄວາມ ແຫ້ງແລ້ງເກີນໄປ (ຄວາມຊຸ່ມຊື່ນຂອງດິນຕໍ່າກວ່າ 25%) ໝາກແໜ່ງກວາງຕຸງຈະບໍ່ ເກີດດອກ ເນື່ອງຈາກຕົ້ນ ຂອງມັນຢູ່ ໃນພາວະຂາດນໍ້າ

ໝາກແໜ່ງກວາງຕຸງຂະຫຍາຍຕົວໄດ້ດີ ເກີດດອກ ແລະ ອອກໝາກຫລາຍ ຢູ່ ໃນເຂດອາກາດເຄິ່ງອົບອຸ່ນ (humid subtropical climate zone), ເຊິ່ງເປັນ ເຂດອາກາດເຢັນ ທີ່ມີອຸນຫະພາບສະເລ່ຍປະຈາໍປີລະຫວ່າງ 19 ຫາ 22 ອົງສາເຊ. ໝາກແໜ່ງກວາງຕຸງຈະເລີນເຕິບໂຕດີ ແລະ ອອກໝາກຫລາຍ ຕອ້ງປູກໃນພື້ນທີ່ກອ້ງປ່າແກ່ (ອາຍຸຕົ້ນ ໄມ້ຫລາຍ ກວ່າ 6 ປີຂື້ນໄປ) ທີ່ມີຮົ່ມເງົາມີແສງແດດສ່ອງຜ່ານ ປະມານ 50%. ໃນພື້ນທີ່ມີຕົ້ນ ໄມ້ໃບກວ້າງ ແມ່ນເປັນ ອຸປະສັກ ຕໍ່ ການອອກໝາກຂອງໝາກແໜ່ງ ເນື່ອງຈາກວ່າຕົ້ນ ໄມ້ໃບກວ້າງເຮັດໃຫ້ແສງສ່ອງຜ່ານບໍ່ໄດ້ດີ ນອກຈາກນັ້ນ ເມື່ອໃບຂອງມັນລົ່ນລົງພື້ນດິນຍັງໄປປົກຄຸ້ມ, ດອກໝາກແໜ່ງ. ຄຽງຄູ່ກັນນັ້ນ, ໝາກແໜ່ງກວາງຕຸງຂະຫຍາຍຕົວຊ້າ ແລະ ອອກໝາກໜ້ອຍ ໃນເຂດທີ່ມີປ່າໄມ້ປ່ອງຫລາຍ ເພາະວ່າໄມ້ປ່ອງມີລະບົບຮາກໜາແໜ້ນ ເກີນໄປ. ໂດຍສ່ວນຫລາຍໝາກແໜ່ງກວາງຕຸງ ເມື່ອນາໍໄປປູກຢູ່ ເຂດອາກາດຮອ້ນອົບ ເອົ້າ ເຫັນວ່າໝາກແໜ່ງໃຫ້ ຜົນຜະລິດຕໍ່າ, ເຖິງແມ່ນວ່າ ຕົ້ນໝາກແໜ່ງ ຈະຂະຫຍາຍຕົວໄດ້ດີ ແລະ ເກີດດອກຫລາຍຕໍ່ ຕາມ ເນື່ອງຈາກວ່າ ດອກຂອງມັນຈະຫ່ຽວແຫ້ງຕາຍ ເມື່ອກະທົບກັບອາກາດຮອ້ນອົບ ເອົ້າ ໃນຊ່ວງເດືອນ ມີນາ ຫາ ເດືອນ ມີຖຸນາ. ສະນັ້ນ, ການປູກໝາກແໜ່ງກວາງຕຸງ ຢູ່ ເມືອງ ນາແລ ແລະ ລອງ ແຂວງ ຫລວງນໍ້າທາ ຈິ່ງບໍ່ປະສົບຜົນສໍາເລັດ ແລະ ບໍ່ໄດ້ຮັບຄວາມສົນໃຈຈາກຊາວບ້ານ ເນື່ອງຈາກ ມີຜົນໄດ້ຮັບບໍ່ຄຸ່ມຄ້າກັບການລົງທຶນ.

ການປະກອບສ່ວນ