ຕົ້ນໝາກແໜ່ງກວາງຕຸງ ມີລັກ ສະນະຄ້າຍຄືກັບໝາກແໜ່ງປາກຊ່ອງແຕ່ມັນກໍ່ ມີລັກສະນະເດັ່ນທີ່ ແຕກຕ່າງກັນ. ສະນັ້ນ, ການຄັດເລືອກແນວພັນໝາກແໜ່ງຈື່ງມີຄວາມສໍາຄັນ ເພາະຖ້າປູກໝາກແໜ່ງທງັສອງສາຍ ພັນປົນກັນ ຈະເຮັດໃຫ້ໄດ້ລາຄາຕໍ່າ. ນອກຈາກນັ້ນ, ຖ້າປູກປົນ ກັບໝາກແໜ່ງສາຍພັນອື່ນໆ ຈະເຮັດໃຫ້ຜົນຜະລິດຂອງໝາກແໜ່ງກວາງຕຸງມີຄຸນນະພາບຕໍ່າ ເພາະມີການປະສົມຂ້າມສາຍພັນ ຈາກແມງໄມ້ເຮັດໜ້າທີ່ໃນການປະສົມເກສອນ. ການສັງເກດສວນປູກໝາກແໜ່ງທີ່ມີຫຼາຍສາຍພັນປະສົມກັນ ສາມາດສັງເກດດອກຂອງມັນ ຈະເຫັນສີສັນ + ຂະໜາດ ແລະ ສີຂອງໝາກກໍ່ແຕກຕ່າງກັນຊັດເຈນ 'ສີແດງ  + ຂຽວ + ໝາກນ້ອຍ + ໝາກໃຫຍ່ (+ ໝາກຂອງມັນມີຂະໜາດນ້ອຍ ແມ່ນເປັນໝາກແໜ່ງປ່າ + ໝາກແໜ່ງທີ່ມີ ຂະໜາດໃຫຍ່ກວ່າ ແລະ ສີແດງ ແມ່ນໝາກແໜ່ງກວາງຕຸງ.

ການປະກອບສ່ວນ