ເພື່ອຢາກເຮັດໃຫ້ການປູກຕົ້ນໜາກແໜ່ງກວາງຕຸງ ປະສົບຜົນສຳເລັດສູງ, ຕົ້ນໝາກກວາງຕຸງຈະເລີນເຕີບໂຕໄດ້ດີ ແລະ ໃຫ້ຜົນຜະລິດສູງນັ້ນ, ຕ້ອງໄດ້ກະກຽມພື້ນທີ່ທີ່ໃຫ້ມີຄວາມເໝາະສົມ, ອຸປະກອນການປູກໄດ້ມາດຕະຖານ ແລະ ມີວີທີການປູກທີ່ຖຶກຕ້ອງ.

ການບຸກເບິກພື້ນທີ່
ການກະກຽມພື້ນທີ່ ແມ່ນການກະກຽມພື້ນທີ່ໃຫ້ມີສະພາບແວດລ້ອມທີ່ເໝາະສົມ ສຳລັບປູກໝາກແໜ່ງກວາງຕຸງ ລວມທັງການປະຕິບັດງານໃນສວນໝາກແໜ່ງ ແລະ ການອະນຸລັກດິນ ແລະ ນ້ຳ, ເຊິ່ງຈຳເປັນຕ້ອງໄດ້ມີການວາງແຜນການນຳໃຊ້ພື້ນທີ່ຢ່າງມີປະສິດທິພາບ ເພື່ອສະດວກໃນການບົວລະບັດຮັກສາຕົ້ນໝາກແໜ່ງ ແລະ ການເກັບກູ້ຜົນຜະລິດຕາມລະດູການ.ການກະກຽມພື້ນທີ່ປູກໝາກແໜ່ງກວາງຕຸງ ມີຂັ້ນຕອນທີ່ສຳຄັນຄື: ຖາງ ແລະ ຕັດຕົ້ນໄມ້ຈຳນວນໜື່ງ, ອະນາໄມເສດໄມ້ ແລະ ວັດຊະພືດ ເຄື່ອນຍ້າຍອອກຈາກພື້ນທີ່ (ບໍ່ຈຸດເຜົາ) ໃຫ້ຍັງເຫຼືອ ຫຼື ຈົ່ງຕົ້ນໄມ້ຈຳນວນໜື່ງໃຫ້ກະແຈກຈະຈາຍຢູ່ທົ່ວພື້ນທີ່ ເພື່ອໃຫ້ແສງແດດສ່ອງຜ່ານລົງສູ່ພື້ນທີ່ປູກ ປະມານ 50%. ຂໍ້ຄວນເອົາໃຈໃສ່ຄວນຕັດຈຳພວກໄມ້ໃບກວ້າງ ແລະ ໃບແຂງ ອອກຈາກພື້ນທີ່, ເພາະຊະນິດພັນໄມ້ດັ່ງກ່າວ ເມື່ອຫຼົ່ນໃບຈະໄປປົກຄຸ້ມດອກໜາກແໜ່ງ. ຄວນຖາງໃນລະດູແລ້ງ (ເດືອນ 2-3) ເພື່ອສະດວກໃນການເກັບມ້ຽນເສດໄມ້ທີ່ຕັດຖານລົງ ອອກຈາກພື້ນທີ່. ຖານຕັດຖາງຕົ້ນໄມ້ ໂດຍສ່ວນຫຼາຍແມ່ນນຳໃຊ້ແຮງງານຄົນຕັດ. ຂໍ້ທີ່ຄວນເອົາໃຈໃສ: ບໍ່ຄວນຈຸດ ແລະ ເຜົາຕົ້ນໄມ້ທີ່ຕັດຖາງລົງ ໃນໄລຍະກະກຽມພື້ນທີ່ ເພາະເປັນວີທີທີ່ມີຜົນດີຕໍ່ໂຄງສ້າງ ແລະ ຄວາມອຸດົມສົມບຸນຂອງດິນ.

ການກຳນົດໄລຍະຫ່າງ
ໄລຍະປູກ ມີຜົນຕໍ່ການຈະເລີນເຕີບໂຕຂອງຕົ້ນໜາກແໜ່ງ, ຕໍ່ການນຳໃຊ້ພື້ນທີ່ປູກໃຫ້ມີຄວາມຄຸ້ມຄ່າ, ປະຢັດແຮງງານໃນການກຳຈັດວັດສະພືດ, ໄລຍະຫ່າງທີ່ເໝາະສົມກັບການປູກໝາກແໜ່ງລະຫວ່າງຕົ້ນຕໍ່ຕົ້ນ ແມ່ນ 1 x 1 ແມັດ, ແມ່ນນຳໃຊ້ສຳຫຼັບປູກຢູ່ເທິງສັນພູເຂດຫ່າງໄກຈາກແຫຼ່ງນ້ຳ, ໃນຂະນະທີ່ໄລຍະຫ່າງລະຫວ່າງຕົ້ນຕໍ່ຕົ້ນ 1 x 2 ແມັດ ແລະ 2 x 2 ແມັດ, ແມ່ນເໜາະສົມສຳຫຼັບນຳໃຊ້ປູກໃນເຂດດິນຊຸ່ມຊື່ນໄກ້ແຄມແຫຼ່ງນ້ຳ, ເຊິ່ງຂະໜາດໄລຍະຫ່າງດັ່ງກ່າວຕົ້ນໝາກແໜ່ງ ສາມາດຂະຫຍາຍຕົວຈອດກັນ ແລະ ໃຫ້ຜົນຜະລິດໃນປີທີ່ 3. ຖ້າປູກໝາກແໜ່ງໂດຍນຳໃຊ້ໄລຍະຫ່າງກວ່ານີ້ຄື: 3 x 3 ແມັດ ແລະ 4 x 4 ແມັດ ຫຼື ຫ່າງກວ່ານີ້ ຕົ້ນໝາກແໜ່ງຈະຂະຫຍາຍຕົວໄດ້ດີ ແລະ ລຳຕົ້ນໃຫຍ່ ແຕ່ຕ້ອງໃຊ້ເວລາ ຫຼາຍກວ່າ 5 ປີ ມັນຈື່ງຂະຫຍາຍຕົວຈອດກັນ, ແຕ່ຂະໜາດໄລຍະຫ່າງນີ້ ຈະຕ້ອງໄດ້ນຳໃຊ້ແຮງງານໃນບົວລະຮັກສາຢ່າງໜ້ອຍ 3 ປີ ເພາະວີທີການປູກຕົ້ນຕໍ່ຕົ້ນຫ່າງກັນ ແມ່ນເປິດພື້ນທີ່ໃຫ້ຈຳພວກວັດຊະພືດເກິດຂື້ນເປັນຈຳນວນຫຼາຍ.

ການຂົນສົ່ງເບ້ຍໝາກແໜ່ງ
ການຂົນສົ່ງເບ້ຍ ແມ່ນນຳເອົາເຫງົ້າທີ່ລົກອອກມາແລ້ວຈາກສວນແນວພັນ ໄປຫາພື້ນທີ່ ທີ່ຈະປູກໜາກແໜ່ງບ່ອນໃໝ່ດ ເຊິ່ງຖືວ່າເປັນວຽກງານທີ່ມີຄວາມສຳຄັນ, ຕ້ອງໄດ້ໃຊ້ຄວາມລະມັດລະວັງສູງ ເພື່ອປ້ອງກັນບໍ່ໃຫ້ເບ້ຍເຫງົ້າໜາກແໜ່ງກະທົບກະເທືອນຫຼາຍ ເຊັ່ນ: ເຫງົ້າແຕກຫັກ ໂດຍສະເພາະແມ່ນຄໍເຫງົ້າ. 

ວິທີປູກ
ພາຍຫຼັງກະກຽມພື້ນທີ່ປູກ ເປັນທີຮຽບຮ້ອຍແລ້ວ, ການປູກໜາກແໜ່ງດ້ວຍເບ້ຍອາຍຸ 2 ປີ ຄວນປູກໃນຕົ້ນລະດູຝົນ ໃນແຕ່ລະຫວ່າງເດືອນ ເມສາ ຫາ ທ້າຍພືດສະພາ. ໃນຂະນະທີ່ການປູກດ້ວຍເຫງົ້າອາຍຸ 1 ປີ, ໃນບໍລິເວນໄກ້ຄຽງກັບສວນປູກເກົ່າ, ຄວນປູກໃນເດືອນ ມິຖຸນາ ຫາ ສີງຫາ, ເຊິ່ງມີຂັນຕອນ ແລະ ວີທີການຈັດຕັ້ງປະຕິບັດດັ່ງນີ້: 
1) ໃຊ້ຈັກ ຫຼື ສຽມ ຂຸດລົງດິນເປັນຂຸມ, ເຊິ່ງຂະໜາດຂອງຂຸມບໍລິເວນບໍ່ສາມາດກຳນົດ, ຄວາມຍາວ, ເລິກ, ກວ້າງຂອງຂຸມໄດ້ ເພາະຂຶ້ນກັບຂະຫນາດຂອງເຫງົ້າທີ່ນຳມາປູກວ່າມີຄວາມຍາວ, ເລິກ, ກວ້າງຂະໜາດໃດ. ຕ້ອງອີງໃສເຫງົ້າແນວພັນ.
2) ນຳເອົາເຫງົ້າໝາກແໜ່ງທີ່ໄດ້ກະກຽມໄວ້ ລົງປູກໃສ່ຂຸມ ຢ່າງລະມັດລະວັງ ຖ້າພື້ນທີ່ມີຄວາມຄ້ອຍຊັນຕ້ອງວາງຮາກເຄົ້າປີ່ນເຂົ້າຫາທິດຄ້ອຍຊັນ ແລ້ວໃຊ້ມືສຽບຮາກໃສ່ໜ້າດິນເລັກນ້ອຍ ເພື່ອຊ່ວຍຮາກຢືດແໜ້ນກັບດິນ, ຈາກນັ້ນນຳເອົາດິນຖົມ ໃຫ້ຖ້ວມໃນລະດັບຕໍ່າກວ່າຄໍເຫງົ້າ ແລ້ວອັດແໜ້ນພໍປະມານ, ການຖົມດິນບໍ່ຄວນຖົມປາຍຮາກ ໝາຍວ່າຕອງຈົ່ງປາຍຮາກໄວໃຫ້ພົ້ນດິນ, ເພາະວ່າປາຍຮາກແໜງຈະສືບຕໍ່ຕໍ່ຂະຫຍາຍຕົວເກີດເປັນຕົ້ນໃໝ່.
3) ການປູກດ້ວຍເຫງົ້າອາຍຸ 2 ປີ (ຕັດໃບຖີ້ມ) ແມ່ນບໍ່ຈຳເປັນຕ້ອງໃຊ້ໄມ້ແນບລຳຕົ້ນ ເນື່ອງຈາກມັນບໍ່ໄດ້ຮັບຜົນກະທົບຈາກລົມພັດ.

ປູກດ້ວຍວີທີນີ້ ແມ່ນບໍ່ຕັດໃບ, ປູກໃນຊ່ວງເດືອນ 6-8, ຫຼັງຈາກປູກແລ້ວ ຄວນຊອກຫາຫຼັກໄມ້ມາປັກລົງຂ້າງຕົ້ນ, ແລ້ວໃຊ້ສາຍເຊືອກມັດລຳຕົ້ນໝາກແໜ່ງຕິດໃສ່ກັບຫຼັກໄມ້ບໍ່ໃຫ້ແໜ້ນຈົນເກີນໄປ ເພື່ອປ້ອງກັນບໍ່ໃຫ້ລຳຕົ້ນລົ້ມລົງ ເມື່ອກະທົບກັບສີ່ງລົບກວນຕາມທຳມະຊາດ

ຂໍ້ຄວນລະມັດລະວັງ: ເວລາປູກ, ຖ້າຖົມດິນຖ້ວມຄໍຮາກ ຈະສົ່ງຝົນໃຫ້ຕົ້ນໝາກແໜ່ງທີ່ປູກຂະຫຍາຍຕົວ ແລະ ຕາຍເປັນຈຳນວນຫຼາຍ, ສະນັ້ນບໍ່ຄວນຖົມດິນຖ້ວມຄໍຮາກ.

ການປະກອບສ່ວນ